ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງ ກະຊວງ ປທສ

23/08/2017

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງ ກະຊວງ ປທສ

         ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍສະຫະພັນແມ່ຍິງບໍລິຫານ-ວິຊາການ, ສູນອິນເຕີເນັດແຫ່ງຊາດ ແລະ ສູນບໍລິຫານລັດດ້ວຍລະບົບເອເລັກໂຕຣນິກ ຂື້ນໃນວັນທີ 18 ສິງຫາຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ. ໂດຍການເປັນປະທານຮ່ວມຂອງ ສະຫາຍ ແກ້ວວິສຸກ ໂສລະພົມ, ເລຂາໜ່ວຍພັກ ສູນອິນເຕີເນັດແຫ່ງຊາດ ແລະ ສະຫາຍ ນາງ ເກສອນ ສຸລິວົງ, ປະທານສະຫະພັນແມ່ຍິງ ກະຊວງ ປທສ, ເລຂາບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ປະທານສະຫະພັນກໍາມະບານຂອງກະຊວງ ປທສ ມີບັນດາຄະນະສະຫະພັນແມ່ຍິງອ້ອມຂ້າງກະຊວງ ເຂົ້າຮ່ວມ.

      ໃນກອງປະຊຸມ ໄດ້ສະຫຼຸຸບຕີລາຄາ ການເຄື່ອນໄຫວວຽກງານຮອບດ້ານຂອງໜ່ວຍສະຫະພັນແມ່ຍິງບໍລິຫານ-ວິຊາການ, ສູນອິນເຕີເນັດແຫ່ງຊາດ ແລະ ສູນບໍລິຫານລັດດ້ວຍລະບົບເອເລັກໂຕຣນິກ, ກະຊວງ ປທສ ແຕ່ປີ 2013-2016 ແລະ ກໍານົດທິດທາງແຜນການເຄື່ອນໄຫວໃນ 5 ປີຕໍ່ໜ້າ (2017-2022) ພ້ອມທັງ, ຕົກລົງແບ່ງຄະນະໜວຍສະຫະພັນແມ່ຍິງ ອອກເປັນ 6 ໜ່ວຍງານ ຊຶ່ງແຕ່ກ່ອນມີ 3 ໜ່ວຍງານ ແລະຄະນະໜ່ວຍສະຫະພັນແມ່ຍິງຊຸດເກົ່າ ກໍ່ໄດ້ສະຫຼຸຸບຕີລາຄາກ່ຽວກັບວິທີເຮັດວຽກ ແລະແບບແຜນວິທີນຳພາ ຈາກນັ້ນ ຄະນະໜ່ວຍສະຫະພັນແມ່ຍິງຊຸດເກົ່າ ໄດ້ກ່າວອຳລາໜ້າທີ່ ແລະຄັດເລືອກເອົາຄະນະສະຫະພັນແມ່ຍິງຊຸດໃໝ່.

           ນອກນີ້ຫຼັງຈາກນັ້ນ ກໍໄດ້ຈັດຕັ້ງດໍາເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່, ເພື່ອສືບຕໍ່ຊີ້ນໍາ ນໍາພາເອື້ອຍນ້ອງແມ່ຍິງ ໃນການຈັດຕັ້ງຜັນຂະຫຍາຍທິດທາງແຜນການມະຕິກອງປະຊຸມໃຫຍ່ຄັ້ງທີ່ I ຂອງສະຫະພັນແມ່ຍິງ ກະຊວງ ປທສ. ຄະນະສະຫະພັນແມ່ຍິງທຸກຂັ້ນໄດ້ເອົາໃຈໃສ່ປະສານສົມທົບກັບຄະນະພັກ, ໃນການຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ພ້ອມທັງສືບຕໍ່ເປັນເຈົ້າການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງສ້າງເງື່ອນໄຂເອື້ອອຳນວຍ, ສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກສະຫະພັນແມ່ຍິງ, ຊຸກຍູ້ການພົວພັນຮ່ວມມືກັບຕ່າງປະເທດ ເພີ່ມທະວີການຍາດແຍ່ງເອົາບົດຮຽນດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ທຶນຮອນເຂົ້າມາພັດທະນາແມ່ຍິງ ບົນພື້ນຖານກົດໝາຍ, ລະບຽບການ ຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ. ດັ່ງນັ້ນ, ກອງປະຊຸມໃນຄັ້ງນີ້ ຈຶ່ງຄວາມໝາຍສໍາຄັນຍິ່ງ ຕໍ່ຂະບວນການເຄື່ອນໄຫວຂອງການຈັດຕັ້ງສະຫະພັນແມ່ຍິງ ກະຊວງ ປທສ ກໍຄືພາລະກິດການພັດທະນາ ເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງພະນັກງານເອື້ອຍນ້ອງແມ່ຍິງໃນຂະແໜງການ ປທສ, ທັງນີ້ ກໍເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນ, ແທດເໝາະກັບສະພາບຄວາມເປັນຈິງຂອງໂຄງຮ່າງການຈັດຕັ້ງ ໃຫ້ມີຜົນສໍາເລັດຕາມແຜນການວາງໄວ້ທຸກປະການ, ຊື່ງກອງປະຊຸມໃຫຍ່ຄັ້ງທີ II ຂອງຫນ່ວຍສະຫະພັນແມ່ຍິງບໍລິຫານ-ວິຊາການ, ສູນອິນເຕີເນັດແຫ່ງຊາດ ແລະ ສູນບໍລິຫານລັດດ້ວຍລະບົບເອເລັກໂຕຣນິກ

          (ຂ່າວ: ນາງ ພອຍໄພລິນ ປາບພານ)

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ