ກຕສ ຊຸກຍູ້ວຽກງານການຫັນເປັນດິຈິຕ໋ອນຂອງ ສປປ ລາວ ທີ່ ແຂວງ ໄຊສົມບູນ

23/03/2023

ກຕສ ຊຸກຍູ້ວຽກງານການຫັນເປັນດິຈິຕ໋ອນຂອງ ສປປ ລາວ ທີ່ ແຂວງ ໄຊສົມບູນ

ການຫັນເປັນດິຈິຕ໋ອນ​​ ແມ່ນຄວາມຕ້ອງການອັັນຈຳ​ເປັນຢ່າງພາວະວິໄສ ໃນການພັດທະນາປະເທດ. ວຽກດັ່ງ ກ່າວເປັນໜ້າທີີ່​ອັນສຳຄັນພິເສດ, ທັງເປັນວຽກສະເພາະໜ້າອັນຮີບດ່ວນ, ທັງເປັນຍຸດທະສາດທີີ່ຍາວນານໃນທົົ່ວສັງຄົມ ຊຶ່ງຕິດພັນຢ່າງແໜ້ນແຟ້ນກັບຂະບວນການເຊືີ່ອມໂຍງສາກົນ. ສະນັ້ນ, ຕ້ອງໄດ້ສ້າງຄວາມຮັບຮູ້ ແລະ ເຂົົ້າໃຈເນື້ອໃນທາດແທ້ຂອງການຫັນເປັນດິຈິຕ໋ອນ​​ໃຫ້ໄດ້ຢ່າງຄົບຖ້ວນ ແລະ ເລິກເຊິ່ງ ເພືີ່ອຫັນປ່ຽນດ້ານແນວຄິດ ແລະ ຈິນຕະນາການ, ປັບປຸງແບບແຜນວິທີເຮັດວຽກ ແລະ ການຜະລິດໃຫ້ມີລັກສະນະທີີ່ກ້າວໜ້າທັນສະໄໝ ແລະ ມີຫຼັກວິທະຍາສາດ ເພືີ່ອສ້າງໂອກາດໃຫ້ ສປປ ລາວ ກໍຄືບັນດາແຂວງ ມີບາດກ້າວບຸກທະລຸໃໝ່ ໃນການພັດທະນາເສດຖະກິດ-ສັງຄົມ. 


ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຫັນເປັນດິຈິຕ໋ອນຂອງ ສປປ ລາວ ຂຶ້ນໃນຕອນເຊົ້າຂອງວັນທີ 21 ມີນາ 2023, ທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການແຂວງໄຊສົມບູນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກຕສ ແລະ ທ່ານ ສຸດສະຫວາດ ວົງພູມເຫຼັກ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊສົມບູນ, ມີບັນດາທ່ານຫົວໜ້າກົມ/ຮອງຫົວໜ້າກົມຈາກ ກຕສ, ມີຄະນະພັກ-ຄະນະນໍາ, ບັນດາຫົວໜ້າພະແນກ/ຮອງຫົວໜ້າພະແນກການ ແລະ ອົງການຈັດຕັ້ງອ້ອມຂ້າງ ແຂວງ ໄຊສົມບູນ ເຂົ້າຮ່ວມຈໍານວນ 100 ກວ່າທ່ານ.
ກອງປະຊຸມສໍາມະນາຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີບົດ ກ່ຽວກັບການຫັນເປັນດິຈິຕ໋ອນ ໃນຍຸກອຸດສາຫະກໍາ 4.0: ກາລະໂອກາດ ແລະ ສິ່ງທ້າທາຍ ສໍາລັບ ສປປ ລາວ ຊຶ່ງໃຫ້ກຽດຂຶ້ນບັນະຍາຍໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ. ພ້ອມນີ້, ຍັງໄດ້ຮັບຟັງການນໍາສະເໜີຂອງບັນດາກົມ/ທຽບເທົ່າ ພາຍໃນ ກຕສ ເປັນຕົ້ນແມ່ນ ວຽກງານຫັນບໍລິການລັດເປັນດິຈິຕ໋ອນ, ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມຜ່ານອິນເຕີເນັດ, ການຫັນເປັນດິຈິຕ໋ອນທາງດ້ານເສດຖະກິດ, ການກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈິຕ໋ອນ ແລະ ອຸດສາຫະກໍາ 4.0 ຂອງວຽກງານຄື້ນຄວາມຖີ່ວິທະຍຸສື່ສານ.


ໃນໂອກາດດຽວກັນນີ້, ທ່ານ ທ່ານ ສຸດສະຫວາດ ວົງພູມເຫຼັກ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊສົມບູນ ກໍໄດ້ລາຍງານສະພາບການຫັນເປັນດິຈິຕ໋ອນ ພາຍໃນແຂວງ ຊຶ່ງທ່ານໄດ້ກ່າວວ່າ: ເພືີ່ອສ້າງຈິດສໍານຶກທີີ່ເປັນເອກະພາບ, ເສີມຂະຫຍາຍບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງລັດ, ສົົ່ງເສີມການມີສ່ວນຮ່ວມທຸກອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມ, ປູກຈິດສໍານຶກໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ ໃຫ້ເຫັນໄດ້ເຖິງຄວາມສໍາຄັນອັນຮີບດ່ວນ ແລະ ເຂົົ້າຮ່ວມຢ່າງຕັ້ງໜ້າ ໃນການຫັນເປັນດິຈິຕ໋ອນ​​ໃຫ້ຖືວຽກງານດັ່ງກ່າວເປັນວຽກງານຈຸດສຸມເຊືີ່ອມໂຍງກັບບັນດາເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຮັບປະກັນຄວາມປອດໄພດ້ານໄຊເບີ ຂອງທຸກຂະແໜງການ. ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ເສີມຂະຫຍາຍ ບັນດານິຕຳກຳທີ່ກ່ຽວກັບການຫັນເປັນດິຈິຕ໋ອນ​​ທີ່ວາງອອກ ເປັນຕົົ້ນແມ່ນ ກົດໝາຍວ່າດ້ວຍວິສາຫະກິດ, ນະວັດຕະກຳ, ທຸລະກິດລິເລີີ່ມ, ຊັບສິນທາງປັນຍາ, ການຄ້າ ແລະ ການລົງທຶນ ເພືີ່ອສ້າງເງືີ່ອນໄຂສະດວກ ໃຫ້ແກ່ການຫັນເປັນດິຈິຕ໋ອນ​​ຂອງແຂວງ ໃຫ້ເກີດມີຜະລິດຕະພັນໃໝ່, ການບໍລິການໃໝ່ ແລະ ເສດຖະກິດແບບໃໝ່ ທີີ່ນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ​​. ເອົາໃຈໃສ່ສົົ່ງເສີມ ແລະ ຂະຫຍາຍການຮ່ວມມືກັບບັນດາປະເທດເພືີ່ອນມິດຍຸດທະສາດ ແລະ ເຊືີ່ອມໂຍງກັບພາກພື້ນ ແລະ ສາກົນ ເພືີ່ອຍາດແຍ່ງເອົາການລົງທຶນຈາກຕ່າງປະເທດ ໂດຍສະເພາະແມ່ນພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ ມາພັດທະນາການຫັນເປັນດິຈິຕ໋ອນ​​ຢູ່ພາຍໃນແຂວງ ເພືີ່ອສະໜັບສະໜູນການຄົົ້ນຄວ້າເຕັກໂນໂລຊີ, ການປະດິດນະວັດຕະກໍາ, ການດໍາເນີນທຸລະກິດຂອງຜູ້ປະກອບການສະຕາດອັບ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ບັນດາພະນັກງານການນໍາ, ພະນັກງານຄຸ້ມຄອງ, ພະນັກງານ-ລັດຖະກອນ ແລະ ບັນດາບໍລິສັດລັດວິສາຫະກິດໃຫ້ສອດຄ່ອງກັບການຫັນເປັນດິຈິຕ໋ອນ​​, ສ້າງກົນໄກ ແລະ ລະບຽບການໃນການປະສານງານ ແລະ ເຮັດວຽກຮ່ວມກັນຂອງບັນດາອົງການຈັດຕັ້ງລັດຢ່າງຊັດເຈນ ໃນການຈັດຕັ້ງປະຕິບັດບັນດາແຜນງານການຫັນເປັນດິຈິຕ໋ອນ​​ ເພືີ່ອຫຼຸດຜ່ອນການເຮັດທຸລະກຳຮ່ວມກັນໃນຮູບແບບດັ່ງເດີມ ໃຫ້ໜ້ອຍທີີ່ສຸດ ແລະ ຫັນປ່ຽນໄປສູ່ການດໍາເນີນງານໃນຮູບແບບລັດຖະບານດິຈິຕ໋ອນ​​ ເທື່ອລະກ້າວ.


ໃນໂອກາດຈັດກອງປະຊຸມສໍາມະນາຄັ້ງນີ້, ກຕສ ຍັງໄດ້ມອບລະບົບບໍລິຫານລັດດິຈິຕ໋ອນ ຊຶ່ງປະກອບມີ: ເຄືອຂ່າຍພາຍໃນ (G-Net), ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການທັນສະໄໝ (E-Office), ລະບົບຈົດໝາຍເອເລັກໂຕຣນິກ (G-mail), ລະບົບສົນທະນາພາກລັດ (G-Chat), ລະບົບເວັບໄຊທ໌ພາກລັດ (G-web) ແລະ ລະບົບແບ່ງປັນຂໍ້ມູນພາກລັດ (G-Share) ລວມມູນຄ່າທັງໝົດ: 450 ລ້ານກວ່າກີບ ເພື່ອຮັບໃຊ້ເຂົ້າໃນວຽກງານພາຍໃນແຂວງ ຊຶ່ງໃຫ້ກຽດມອບໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກຕສ ແລະ ຮັບໂດຍ ທ່ານ ສຸດສະຫວາດ ວົງພູມເຫຼັກ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊສົມບູນ.

 

ວິໄສທັດແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໃສທັດ,ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ