30/05/2023

ໃນຕອນເຊົ້າ ວັນທີ 25 ພຶດສະພາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສາຍລົມ) ໜ່ວຍພັກກົມໄປສະນີ ໄດ້ຈັດກອງປະຊຸມກາງສະໄໝທີ I ຂອງຕົນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ສຸລິຍາ ຄຳບູຣາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງ ພາຍໃນໜ່ວຍພັກເຂົ້າຮ່ວມ 19 ສະຫາຍ ຍິງ 11 ສະຫາຍ.
ກອງປະຊຸມໄດ້ຮັບຟັງການລາຍງານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ກາງສະໄໝ 2021-2023 ແລະ ທິດທາງແຜນການຈຸດສຸມຂອງທ້າຍສະໄໝ 2023-2025 ຂອງໜ່ວຍພັກ, ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ຊຶ່ງລາຍງານໂດຍ ສະຫາຍ ສຸລິຍາ ຄຳບູຣາວົງ. ພ້ອມນັ້ນ, ກອງປະຊຸມ ກໍໄດ້ເຫັນດີເປັນເອກະພາບຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ໄລຍະກາງສະໄໝ ແລະ ທິດທາງແຜນການຈຸດສຸມທ້າຍສະໄໝ ຂອງໜ່ວຍພັກກົມໄປສະນີ. ຫຼັງຈາກນັ້ນ, ກໍໄດ້ຜ່ານບົດສໍາຫຼວດບຸກຄົນໃນຄະນະໜ່ວຍພັກ ແລະ ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດທາບທາມຄວາມໄວ້ວາງໃຈ ຕໍ່ການນໍາພາລວມ, ບຸກຄົນ ໃນຄະນະໜ່ວຍພັກ ຢ່າງຖືກຕ້ອງ.
ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານການປະຕິບັດໜ້າທີ່ການເມືອງໃນໄລຍະກາງສະໄໝ ທີ່ຜ່ານມາຂອງໜ່ວຍພັກ ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍພັກ ກໍຄືສະມາຊິກພັກທັງໝົດເອົາໃຈໃສ່ຕໍ່ບາງດ້ານທີ່ຍັງຄົງຄ້າງ ເພື່ອຄົ້ນຄວ້າຊອກຫາວິທີທາງແກ້ໄຂໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ສືບຕໍ່ປະຕິບັດ ສິດ ແລະ ໜ້າທີ່ຂອງຕົນ, ສຸມສະຕິປັນຍາ, ເຫື່ອແຮງ ແລະ ເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອປະຕິບັດພາລະກິດຂອງຕົນໃຫ້ປະສົບຜົນສຳເລັດອັນຈົບງາມ.