31/10/2024

ໃນຕອນເຊົ້້າຂອງວັນທີ 30 ຕຸລາ 2024, ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄກມດ ກຕສ) ໄດ້ເປີດກອງປະຊຸມທົບທວນ, ປຶກສາຫາລືໃນການຈັດຕັ້ງຜັນຂະຫຍາຍບັນດາວຽກບູລິມະສິດ 03 ແຜນດຳເນີນງານແຫ່ງຊາດ ຂອງ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ບັນດາກົມ/ທຽບເທົ່າ, ບໍລິສັດ ດ້ານໂທລະຄົມມະນາຄົມ, ໄປສະນີ ອ້ອມຂ້າງ ກຕສ ໄລຍະປີ 2023-2024, ໂດຍການເປັນປະທານ ແລະ ດຳເນີນກອງປະຊຸມ ຂອງ ທ່ານ ນ. ຈັນອົບ ສີຫາລາດ, ຮອງຫົວໜ້າຫ້ອງການ, ຮອງປະທານຄະນະກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຄະນະກໍາມາທິການເພື່ອຄວາມໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກຕສ ແລະ ພະນັກງານຊ່ວຍວຽກ ຄກມດ ຈາກບັນດາກົມ/ທຽບເທົ່າ ແລະ ບໍລິສັດ ດ້ານໂທລະຄົມ, ໄປສະນີ ອ້ອມຂ້າງ ກຕສ ທັງໝົດ 30 ກວ່າທ່ານ.
ຈຸດປະສົງແມ່ນ ເພື່ອທົບທວນຄວາມຄືບໜ້າຄືນ ຜົນການຈັດຕັ້ງປະຕິບັດແຜນວຽກບູລິມະສິດ 03 ແຜນດຳເນີນງານແຫ່ງຊາດ ຂອງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ບັນດາກົມ/ທຽບເທົ່າ, ບໍລິສັດ ດ້ານໂທລະຄົມມະນາຄົມ, ໄປສະນີ ອ້ອມຂ້າງ ກຕສ ໄລຍະປີ 2023-2024; ກໍຄືການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 05 ປີຄັ້ງທີ IV (2021-2025), ແຜນດຳເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 05 ປີ ຄັ້ງທີ III (2021-2025), ແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ II (2021-2025). ພ້ອມດຽວກັນນັ້ນ, ກໍໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ວາງທິດທາງແຜນການແຕ່ນີ້ຮອດປີ 2025 ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດບັນດາແຜນວຽກທີ່ເປັນບູລິມະສິດ ມີຜົນສຳເລັດຕາມແຜນການທີ່ວາງໄວ້.