18/11/2024

ກອງປະຊຸມນະໂຍບາຍອາຊຽນ ວ່າດ້ວຍການສຶກສາຊັ້ນສູງ 2024 ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມໃນການຂັບເຄື່ອນວຽກງານການສຶກສາຊັ້ນສູງ ໃນການສ້າງຄວາມຍືນຍົງ ແລະ ຄວາມຫຼາກຫຼາຍ ເພື່ອການເຊື່ອມໂຍງ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ” ຈັດຂຶ້ນໂດຍ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ອົງການ UNESCO ແລະ ແຜນງານການເຊື່ອມໂຍງແບບຍືນຍົງ EU-ASEAN-ໂຄງການການສຶກສາຊັ້ນສູງ (SCOPE-HE). ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2024 ຜ່ານມາ, ຢູ່ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຮອງເລຂາທິການໃຫຍ່ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ຫົວໜ້າຝ່າຍຮ່ວມມື, ຄະນະຜູ້ແທນອີຢູ ປະຈຳ ລາວ, ຜູ້ອໍານວຍການພາກພື້ນ, ຫ້ອງການພາກພື້ນຂອງອົງການ UNESCO ປະຈຳບາງກອກ ແລະ ຜູ້ປະສານງານອົງການສະຫະປະຊາຊາດ ພ້ອມດ້ວຍ ຄະນະຜູ້ແທນຈາກປະເທດ ອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຶ່ງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ຮັບກຽດເຂົ້າຮ່ວມເປັນວິທະຍາກອນໃນກອງປະຊຸມດັ່ງກ່າວ.
ກອງປະຊຸມໃນຄັ້ງນີ້, ໄດ້ເຕົ້າໂຮມເອົາບັນດາຜູ້ສ້າງນະໂຍບາຍ, ນັກວິຊາການ, ຜູ້ນໍາທາງດ້ານອຸດສາຫະກຳ ແລະ ອົງການຈັດຕັ້ງສາກົນ ຈາກທົ່ວພາກພື້ນອາຊຽນ ເພື່ອຊຸກຍູ້ການຮ່ວມມື ແລະ ແກ້ໄຂສິ່ງທ້າທາຍທີ່ປະເຊີນໜ້າກັບການສຶກສາຊັ້ນສູງ, ຄົ້ນຫາຍຸດທະສາດຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາລະບົບການສຶກສາຊັ້ນສູງຂອງອາຊຽນ ແນໃສ່ການສ້າງຄວາມຍືນຍົງ, ການປັບຕົວ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນຂົງເຂດການສຶກສາຊັ້ນສູງ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມນະໂຍບາຍອາຊຽນ ວ່າດ້ວຍການສຶກສາຊັ້ນສູງ ເປັນຄັ້ງທໍາອິດ ຊຶ່ງເປັນຂີດໝາຍສໍາຄັນໃນການກໍານົດນະໂຍບາຍດ້ານການສຶກສາຕ່າງໆ ແລະ ຊ່ວຍໃຫ້ປະເທດສະມາຊິກອາຊຽນ ແລະ ອີຢູ ເຮັດວຽກຮ່ວມກັນຢ່າງມີປະສິດທິຜົນ ແນໃສ່ສ້າງການສຶກສາຊັ້ນສູງ ທີ່ເຊື່ອມໂຍງ ແລະ ເຊື່ອມຈອດກັນໃຫ້ຫຼາຍຂຶ້ນ ຊຶ່ງໃນໄລຍະ 4 ປີຕໍ່ໜ້າຂະແໜງການກ່ຽວຂ້ອງ ຍັງມີແຜນຈະຈັດກອງປະຊຸມ ແລະ ສົນທະນາທາງດ້ານນະໂຍບາຍຈໍານວນ 6 ຄັ້ງຢູ່ປະເທດສະມາຊິກອາຊຽນ ແລະ ເອີຣົບ. ການສົນທະນາເຫຼົ່ານີ້ກວມເອົາບັນດາປະເດັນທີ່ສໍາຄັນ ເຊັ່ນ: ການຈ້າງງານ, ທັກສະດີຈິຕອນ ແລະ ການສຶກສາແບບຍືນຍົງ ຕື່ມອີກ.
ໃນກອງປະຊຸມດັ່ງກ່າວ, ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຂຶ້ນສົນທະນາໃນຫົວຂໍ້ “ການຫັນເປັນດິຈິຕອນໃນການສຶກສາຊັ້ນສູງ” ຊຶ່ງເປັນການຍົກລະດັບການສຶກສາຊັ້ນສູງ ມີການເຊື່ອມໂຍງ ແລະ ຍືນຍົງ ໃນດ້ານການຮຽນການສອນ, ການເຮັດບົດຄົ້ນຄວ້າວິທະຍາສາດ ແລະ ການສ້າງສະມາຄົມ ໂດຍສະເພາະການນໍາໃຊ້ນະວັດຕະກໍາ, ປັນຍາປັນດິດ ແລະ ການສຶກສາທາງໄກ ເຂົ້າໃນລະບົບການສຶກສາ.