27/11/2024

ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງພົບປະຢ້ຽມຢາມ, ທັດສະນະ ແລະ ປຶກສາຫາລື ຮ່ວມກັບ ບໍລິສັດ ເຊັນເຊີໂນດ ເຕັກໂນໂລຊີ ຈຳກັດ ແລະ ບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ຈຳກັດ ໃນລະຫວ່າງ ວັນທີ 28 ຕຸລາ ແລະ 08 ພະຈິກ 2024, ທີ່ຜ່ານມາ. ນໍາພາໂດຍ ທ່ານ ນາງ ມະນີລັດ ກິ່ນພູນສິນ, ຫົວໜ້າພະແນກນະວັດຕະກໍາ, ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ພ້ອມດ້ວຍພະນັກງານພາຍໃນພະແນກ.
ຈຸດປະສົງ ແມ່ນເພື່ອເປັນການພົບປະ, ແລກປ່ຽນບົດຮຽນ, ປຶກສາຫາລື ກ່ຽວກັບວຽກງານ ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ການຮ່ວມມືໃນຕໍ່ໜ້າ. ພ້ອມທັງເປັນການຊຸກຍູ້, ສົ່ງເສີມ ຜູ້ປະກອບການ ບັນດາບໍລິສັດຕ່າງໆ ທ່ີ່ດຳເນີນທຸລະກິດດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໃນລາວ ໃຫ້ມີການຄົ້ນຄວ້າພັດທະນາ ເຕັກໂນໂລຊີແລະນະວັດຕະກຳໃຫ້ຫລາຍຂື້ນ ເພື່ອຮັບໃຊ້ແກ່ສັງຄົມໃນປະຈຸບັນກໍຄືອານາຄົດ ທັງເປັນການດຶງດູດການຮ່ວມມືທັງພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຂື້ນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ທີ່ດີຂື້ນ ພ້ອມທັງເປັນການສົ່ງເສີມເຕັກໂນໂລຊີ ແລະ ນະວັຕດຕະກຳ ທີ່ເປັນຂອງຄົນລາວໃຫ້ມີຄວາມຍືນຍົງ ສາມາດປະກອບສວ່ນເຂົ້າໃນການພັດພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ຂັບເຄື່ອນແຜນພັດທະເສດຖະກິດດິຈິຕອນທີ່ລັດຖະບານສຸມໃສ່
ໃນຕອນທ້າຍ, ທ່ານ ນ. ມະນີລັດ ກິ່ນພູນສິນ ໄດ້ແລກປ່ຽນຄໍາຄິດເຫັນໃນການຮ່ວມມືໃນຕໍ່ຫນ້າ ແລະ ສະແດງຄວາມຂອບໃຈມາຍັງບໍລິສັດ ເຊັນເຊີໂນດ ເຕັກໂນໂລຊີ ຈຳກັດ ແລະ ບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ຈຳກັດທີ່ເຫັນຄວາມສໍາຄັນຕໍ່ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ແລະເຊື່ອໝັ້ນຕໍ່ການຮ່ວມມື ແລະ ແລກປ່ຽນບົດຮຽນໃນຄັ້້ງນີ້.