ກົມເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ກ່ຽວກັບ ການນຳໃຊ້ເຕັກໂນໂລຊີອາວະກາດ

27/11/2024

ກົມເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ກ່ຽວກັບ ການນຳໃຊ້ເຕັກໂນໂລຊີອາວະກາດ

ອີງຕາມການເຊີນຂອງສໍານັກງານພັດທະນາເຕັກໂນໂລຊີອາວະກາດ ແລະ ພູມີສາລະສົນເທດ ກິດດ້າ (GISTDA) ປະເທດໄທ ເພື່ອເຂົ້າຮ່ວມພິທີ ເຊັນບົດບັນທຶກຄວາມເຂົ້າໃຈ MOU ກ່ຽວກັບ ການນຳໃຊ້ເຕັກໂນໂລຊີອາວະກາດ ສຳລັບການຈັດການຄຸ້ມຄອງຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ມົນລະພິດທາງອາກາດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 07-09 ພະຈິກ 2024 ທີ່ ປະເທດໄທ ທີ່ຜ່ານມາ. ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍທ່ານ ວິໄລສອນ ບຸບຜາລັດ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກໍາ ພ້ອມດ້ວຍຄະນະຕິດຕາມທ່ານ ນ. ວຽງວິໄລ ທອງມະນີລາ ຫົວໜ້າພະແນກເຕັກໂນໂລຊີຂໍ້ມູນພາບຖ່າຍດາວທຽມ, ທ່ານ ທັນວາ ສີສຸລາດ ຫົວໜ້າພະແນກສັງລວມ ພ້ອມດ້ວຍຄະນະ ຈຳນວນ 03 ທ່ານ ຈຶ່ງໄດ້ເດີນທາງໄປເຂົ້າຮ່ວມພິທີດັ່ງກ່າວ.

ຈຸດປະສົງຂອງການເຂົ້າຮ່ວມໃນຄັ້ງນີ້, ຍ້ອນເຫັນໄດ້ເຖິງຄວາມສໍາຄັນໃນວຽກງານການນໍາໃຊ້ເຕັກໂນໂລຊີ ອາວະກາດ. ສະນັ້ນ, ກົມເຕັກໂນໂລຊີ ແລະ ນະວັດຕະກຳ ຮ່ວມກັບ ສໍານັກງານພັດທະນາເຕັກໂນໂລຊີອາວະກາດ ແລະ ພູມີສາລະສົນເທດ ກິດດ້າ (GISTDA) ເພື່ອນໍາໃຊ້ວຽກງານເຕັກໂນໂລຊີດາວທຽມ  ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຮ່ວມມືກັນຄົ້ນຄວ້າພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີອາວະກາດ ເຂົ້າໃນການຄຸ້ມຄອງຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ມົນລະພິດທາງອາກາດ ຢູ່ ສປປ ລາວ ແລະ ພາກພື້ນຮ່ວມກັນ ໃຫ້ເກີດປະສິດທິຜົນສູງສຸດ. ພ້ອມທັງ​ສົ່ງ​ເສີມ ​ແລະ ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ອະວະກາດ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ໂດຍເສີມສ້າງຄວາມສາມາດທາງດ້ານພູມສາດ-ຂໍ້ມູນຂ່າວສານ ໃຫ້ແກ່ບຸກຄະລາກອນລາວ ຜ່ານກິດຈະກໍາຕ່າງໆ ທັງ​ພາກ​ລັດ, ສະ​ຖາ​ບັນ​ວິ​ຊາ​ການ ແລະ ອົງ​ການ​ເອ​ກະ​ຊົນ ໃນການ​ພັດ​ທະ​ນາ​ການ​ຄົ້ນ​ຄ້​ວາ ແລະ ນະ​ວັດ​ຕະ​ກຳ ເພື່ອ​ສົ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທ້ອງ​ຖິ່ນ.

          ປັດຈຸບັນ ຄວາມຮູ້ຄວາມເຂົ້າໃຈ ໃນວຽກງານການນຳໃຊ້ເຕັກໂນໂລຊີອາວະກາດ ຂອງນັກວິຊາການລາວຍັງບໍ່ຫຼາຍ ຈຶ່ງຈໍາເປັນຈະຕ້ອງໄດ້ສຸມໃສ່ພັດທະນາພະນັກງານ-ວິຊາການເປັນຈຸດສໍາຄັນ ໄປພ້ອມໆກັນກັບສ້າງພື້ນຖານໂຄງລ່າງ ໃຫ້ມີຄວາມຄົບຖ້ວນສົມບູນ. ພາຍຫຼັງເຊັນສັນຍາສະບັບນີ້ ກໍ່ຈະເລີ່ມຈັດຕັ້ງປະຕິບັດຕາມແຜນການຮ່ວມໃນຂັ້ນຕໍ່ໆໄປ.

ຂ່າວ ແລະ ພາບ: ກົມເຕັກໂນໂລຊີ ແລະ ນະວັດຕະກຳ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ