27/11/2024

ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາ ຫົວຂໍ້ “ເສດຖະກິດດິຈິຕ໋ອນ ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Digital Economy and Blockchain Technology)” ສໍາລັບ ສປປ ລາວ ຂຶ້ນໃນວັນທີ 26 ພະຈິກ 2024 ນີ້, ທີ່ ໂຮງແຮມຄິວບີ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານກ່າວເປີດຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີແລະ ການສື່ສານ ມີບັນດາຄະນະກົມ/ທຽບເທົ່າ, ຜູ້ຊ່ຽວຊານ, ກະຊວງອ້ອມຂ້າງ, ບໍລີສັດ ແລະ ຂັ້ນວິຊາການ ເຂົ້າຮ່ວມ ຈຳນວນ 50 ກວ່າທ່ານ.
ຈຸດປະສົງກອງປະຊຸມໃນຄັ້ງນີ້, ກໍເພື່ອໃຫ້ບັນດາຜູ້ຕາງໜ້າ ແລະ ພະນັກງານວິຊາການຈາກບັນດາກະຊວງ, ສະຖາບັນ, ບັນດາບໍລິສັດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ເຂົ້າໃຈຕື່ມອີກກ່ຽວກັບການຄຸ້ມຄອງ, ເຕັກນິກວິຊາການ, ການຕີລາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດດິຈິຕອນ ແລະ ຕົວຢ່າງການນໍາໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ໃນວຽກງານກະສິກໍາ ຂອງ ສປປ ລາວ. ດ້ວຍການພັດທະນາຢ່າງວ່ອງໄວ ໃນຍຸກປັດຈຸບັນ ແລະ ໃນຍຸກຂອງເສດຖະກິດດີິຈິຕອນ, ການເຊື່ອມໂຍງ-ເຊື່ອມຕໍ່ ດ້ານດິຈິຕອນໄດ້ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຢູ່ທຸກປະເທດ. ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີດິຈິຕອນ ໄດ້ມີສໍາຄັນໃນຊີວິດປະຈໍາວັນຂອງພວກເຮົາ, ເຮັດໃຫ້ວິຖີຊີວິດຂອງພວກເຮົາມີຄວາມທັນສະໄຫມ, ຕອບສະຫນອງຄວາມຕ້ອງການດ້ານເຕັກໂນໂລຊີອິນເຕີເນັດ/ດິຈິຕອນ ຢູ່ທຸກຕົວເມືອງ ແລະ ຊົນນະບົດໃນປະເທດ. ສໍາລັບ ສປປ ລາວ ໂທລະສັບມືຖືກວມເອົາ 94% ແລະ ເຄືອຂ່າຍອິນເຕີເນັດມືຖືກວມເອົາ 78% ຂອງບ້ານທັງໝົດ ທົ່ວປະເທດ, ຜູ້ໃຊ້ອິນເຕີເນັດກວມເອົາເກືອບ 60% ຂອງປະຊາກອນ, ສະແດງໃຫ້ເຫັນເຖິງການຂະຫຍາຍຕົວຂອງຜູ້ໃຊ້ສື່ສັງຄົມໃນລາວ. ຍ້ອນແນວນັ້ນ, ລັດຖະບານ ຈຶ່ງເຫັນໄດ້ບົດບາດຄວາມສໍາຄັນການນໍາໃຊ້ເຕັກໂນໂລຊີດິຈິຕອນ ຈຶ່ງໄດ້ອອກມະຕິຕົກລົງຮັບຮອງແຜນວິໄສທັດ 20 ປີ, ແຜນຍຸດທະສາດ 10 ປີ ແລະ ແຜນພັດທະນາເສດຖະກິດດິຈິຕອນ 5 ປີ.
ໃນກອງປະຊຸມດັ່ງກ່າວ ຜູ້ຊ່ຽວຊານຈາກອົງການ (Korea Information Socialty Development Institute, KISDI) ສ. ເກົາຫຼີ ຈຳນວນ 03 ທ່ານ ແລະ ກົມເຕັກໂນໂລຊີດິຈິຕອນ 01 ທ່ານ ໄດ້ຂຶ້ນນຳສະເໜີບົດຕ່າງໆ. ຫຼັງຈາກນັ້ນ ກໍໄດ້ປຶກສາຫາລື, ເກັບກຳຂໍ້ມູນ, ປະກອບຄໍາຄິດເຫັນຕໍ່ບົດດັ່ງກ່າວ ຈາກບັນດາຜູ້ຊ່ຽວກັບຊານຈາກເກົາຫຼີ ແລະ ລາວ. ພ້ອມນີ້, ຍັງໄດ້ມີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ການພັດທະນາເສດຖະກິດດິຈິຕອນ ຂອງບັນດາປະເທດພາກພື້ນ ແລະ ສາກົນ, ກົນໄກການປະຕິຮູບລະບຽບການ, ການປະເມີນເສດຖະກິດດິຈິຕອນ ແລະ ການນໍາໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ຈາກ ຊ່ຽວຊານ, ສ. ເກົາຫຼີ.
ຂ່າວ: ກົມເຕັກໂນໂລຊີດິຈິຕອນ