ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອິນເຕີເນັດໂລກ ປະຈຳປີ 2024 ທີ່ ສປ ຈີນ

04/12/2024

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອິນເຕີເນັດໂລກ ປະຈຳປີ 2024 ທີ່ ສປ ຈີນ

ໃນລະຫວ່າງວັນທີ 20-21 ພະຈິກ 2024 ຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ເຄື່ອນໄຫວເຮັດວຽກຢູ່ ສປ ຈີນ ຊຶ່ງນຳພາຄະນະໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ), ພ້ອມທັງເຂົ້າຮ່ວມ ກອງປະຊຸມສຸດຍອດອິນເຕີເນັດໂລກ ປະຈຳປີ 2024 (2024 World Internet Conference Wuzhen Summit) ທີ່ເມືອງອູເຈີ້ນ, ແຂວງເຈີ້ຈ່ຽງ, ສປ ຈີນ ໃນຫົວຂໍ້ “ ເປີດກວ້າງຮັບເອົາອະນາຄົດທາງດ້ານດີຈີຕອນ ໂດຍເອົາຖືຜູ້ໃຊ້ເປັນກົກ ແລະ ປັນຍາປະດິດທີ່ດີ - ສ້າງປະຊາຄົມຮ່ວມຊາຕາກຳອະທິປະໄຕໄຊເບີ (Embracing a People-Centered and AI-for-Good Digital Future - Building a Community with a Shared Future in Cyberspace) ”.

ໃນຕອນເຊົ້າ ຂອງວັນທີ 20 ພະຈິກ 2024, ຄະນະຜູ້ແທນ ໄດ້ເຂົ້າຮ່ວມພິທີເປີດ ກອງປະຊຸມສຸດຍອດອິນເຕີເນັດໂລກ ປະຈຳປີ 2024 ຊຶ່ກອງປະຊຸມດັ່ງກ່າວ ໄດ້ຮັບກຽດກ່າວເປີດໂດຍ ພະນະທ່ານ ສີ ຈີ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຜ່ານລະບົບກອງປະຊຸມທາງໄກ, ມີບັນດາການນຳ ແລະ ພາກທຸລະກິດ ຈາກຫຼາຍປະເທດເຂົ້າຮ່ວມ. ໃນຕອນຄໍ່າຂອງວັນດຽວກັນ, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ນໍາພາຄະນະເຂົ້າຮ່ວມ ແລະ ມີຄຳເຫັນ ໃນກອງປະຊຸມ​ລັດ​ຖະ​ມົນ​ຕີ ໃນຫົວຂໍ້ “ ໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງຊ່ອງຫວ່າງທາງດິຈິຕອນ ໃນຍຸກປັນຍາປະດິດ (Opportunities and Challenges in Bridging the Digital Divide in the Age of Artificial Intelligence)”.

ໃນວັນທີ 21 ພະຈິກ 2024,​ ຄະນະຜູ້ແທນ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ China-ASEAN Information Habor Forum ພາຍໃຕ້ຫົວຂໍ້ “ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ດິຈິ​ຕອນ, ​ຮ່ວມກັນສ້າງອະນາຄົດ​ດ້ານ​ດິຈິ​ຕອນ (Co-building a Digital Silk Road, Sharing a Digital Future) ”, ຊຶ່ງ ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນກ່າວມີຄຳເຫັນໃນກອງປະຊຸມ ໂດຍເນື້ອໃນໄດ້ເນັ້ນໃສ່ການສົ່ງເສີມການພັດທະນານະວັດຕະກຳຂອງເສດຖະກິດ ດິຈິຕອນ ຈີນ-ອາຊຽນ ຜ່ານນະວັດຕະກຳ ແລະ ການປະຍຸກໃຊ້ເຕັກໂນໂລຊີດິຈິຕອນ.

ໃນວັນດຽວກັນ, ທ່ານ ແກ້ວວິສຸກ ໂສລະພົມ ໃນນາມຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະ 2 ຝ່າຍ ກັບ ທ່ານ ຫວັງ ສົງ (Wang Song) ຮອງລັດຖະມົນຕີອົງການຄຸ້ມຄອງໄຊເບີ ສປ ຈີນ (Cyberspace Administration of China, CAC) ເພື່ອປຶກສາຫາລື ແລກປ່ຽນບົດຮຽນ ໃນການຄຸ້ມຄອງອິນເຕີເນັດ ແລະ ເສີມຂະຫຍາຍການຮ່ວມມືສອງຝ່າຍໃນອະນາຄົດ.

ການເຄື່ອນໄຫວ ແລະ ເຂົ້າຮ່ວມກອງປະຊຸມ ຢູ່ ສປ ຈີນ ໃນຄັ້ງນີ້, ເປັນໂອກາດອັນດີໃຫ້ແກ່ ສປປ ລາວ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໃນການສົ່ງເສີມການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຈີນ ທາງດ້ານວຽກງານການພັດທະນາລະບົບເຕັກໂນໂລຊີດິຈິຕອນ, ທັງເປັນການຮັບຮູ້ ບັນດາທິດທາງ, ແຜນນະໂຍບາຍ ຂອງບັນດາຜູ້ນຳຈາກບັນດາປະເທດທີ່ເຂົ້າຮ່ວມ ທີ່ມີການພັດທະນາທາງດ້ານເຕັກໂນໂລຊີດິຈິຕອນໃນລະດັບສູງ ເພື່ອນຳມາຜັນຂະຫຍາຍ ແລະ ໝູນໃຊ້ໃນວຽກງານການພັດທະນາ ແລະ ຄຸ້ມຄອງການນຳໃຊ້ດິຈິຕອນຢູ່ ສປປ ລາວ.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ