ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ເພື່ອພັດທະນາເລວທາງນະວັດຕະກຳ ໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທໍາອິດ

09/12/2024

ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ເພື່ອພັດທະນາເລວທາງນະວັດຕະກຳ ໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທໍາອິດ

     ໃນລະຫວ່າງວັນທີ 8-10 ທັນວາ 2024, ທ່ານ ນາງ ເກສອນ ສຸລິວົງ ຫົວຫນ້າ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກຳມະການ ຄະນະບໍລິຫານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຕາງຫນ້າຈາກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກົມເຕັກໂນໂລຊີດິຈິຕ໋ອນ (ກຕດ) ແລະ ຫ້ອງການກະຊວງ (ຫກ) ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ເພື່ອພັດທະນາເລວທາງນະວັດຕະກຳ ໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທໍາອິດ ທີ່ຄຸນມີງ, ປະເທດ ສປ ຈີນ.

ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ນາງ ເກສອນ ສຸລິວົງ ຕາງຫນ້າໃຫ້ ກຕສ ຂື້ນປະກອບຄໍາເຫັນ ຕໍ່ກອງປະຊຸມ ເພື່ອລາຍງານພາບລວມແຜນການຮ່ວມມືກັບ ສປ ຈີນ ໃນໄລຍະຜ່ານມາ, ທີ່ໄດ້ຮັບການຊ່ວຍເຫລືອຢ່າງຮອບດ້ານຈາກ ລັດຖະບານຈີນ ເປັນຕົ້ນ: ວຽກງານພັດທະນາ, ສ້າງຄວາມເຂັ້ມດ້ານວິຊາການເຕັກໂນໂລຊີດິຈິຕອນ, ນະວັດຕະກຳທັນສະໄຫມ ໃຫ້ແກ່ບຸກຄະລາກອນ, ການຊຸກຍູ້ສົ່ງເສີມດ້ານການເຜີຍແຜ່ເຕັກໂນໂລຊີ ແລະ ນະວັດຕະກໍາ, ການສະຫນັບສະຫນູນຊ່ວຍເຫລືອໃຫ້ຄໍາປຶກສາ, ແລກປ່ຽນບົດຮຽນ, ປະກອບຊອບແວ ແລະ ອຸປະກອນ ດ້ານເຕັກໂນໂລຊີຕ່າງໆ ໃຫ້ແກ່ລັດຖະບານ ສປປ ລາວ. ພ້ອມນີ້, ໃນກອງປະຊຸມຍັງໄດ້ເປີດໂອກາດໃຫ້ ທຸກປະເທດທີ່ຢູ່ໃນກອບແມ່ນໍ້າຂອງ-ລ້ານຊ້າງ ໄດ້ນໍາສະເຫນີພາບລວມ ຄວາມຕ້ອງການທີ່ຈະສ້າງເປັນໂຄງການຮ່ວມມືໃນຕໍ່ຫນ້າ. ສໍາລັບ ສປປ ລາວ ແມ່ນ ໄດ້ນໍາສະເຫນີ 3 ຫົວຂໍ້ຫຼັກ ຄື: ການສ້າງຫ້ອງທົດລອງເພື່ອກະກຽມໃສ່ຫລັກສູດປະລິຍາຕີ, ສາຂາພັດທະນາຊອບແວຮ່ວມກັນລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ມະຫາວິທະຍາໄລຢູນນານ, ການສ້າງລະບົບຮັບປະກັນຄວາມນ່າເຊື້ອຖືຂໍ້ມູນຂ້າມແດນຮ່ວມມືກັນ ແລະ ການສ້າງກິດຈະກຳວາງສະແດງຜະລິດຕະພັນ ແລະ ນະວັດຕະກຳ ຮ່ວມກັນ.

ໃນຕອນທ້າຍ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ປຶກສາຫາລືແລກປ່ຽນແນວຄວາມຄິດທີ່ຈະສ້າງແຜນການຈັດຕັ້ງປະຕິບັດຮ່ວມກັນໃນຊຸມປີ 2025 ຢ່າງລະອຽດ. ພ້ອມນັ້ນ, ກໍໄດ້ເຂົ້າຮ່ວມຢ້ຽມຍາມບັນດາຫ້ອງທົດລອງ ແລະ ສະຖານທີ່ສໍາຄັນ ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ແຂວງຄຸນມີງ. ໂດຍສະແດງໃຫ້ເຫັນເຖີງ ສັກກະຍະພາບ ແລະ ຄວາມກ້າວຫນ້າ ຂອງ ເຕັກໂນໂລຊີ ແລະ ນະວັດຕະກຳ ຕາມສີສັນຂອງ ສປ ຈີນ ທີ່ມີຄວາມພັດທະນາ ແລະ ເຕີບໃຫຍ່ວ່ອງໄວ ໃນລະດັບສາກົນ.

          ພາບ ແລະ ຂ່າວ: ຄະນະຮັບຜິດຊອບເຂົ້າຮ່ວມກອງປະຊຸມ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ