ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດຳລັດ ວ່າດ້ວຍພາລະກອນ

13/12/2024

ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດຳລັດ ວ່າດ້ວຍພາລະກອນ

ໃນຕອນເຊົ້າຂອງວັນທີ 22 ພະຈິກ 2024 ຜ່ານມານີ້, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ເຜີຍດຳລັດ ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ, ສະບັບເລກທີ 282/ລບ ແລະ ດຳລັດ ວ່າດ້ວຍພາລະກອນ, ສະບັບເລກທີ 283/ລບ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຂອງສູນອິນເຕີເນັດແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຕາງໜ້າຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມທັງໝົດ ຈຳນວນ 60 ທ່ານ, ຍິງ 29 ທ່ານ ແລະ ເຂົ້າຮ່ວມເຜີຍແຜ່ເອກະສານໂດຍ ທ່ານ ທອງສະຫວັນ ປັນຍາວິຈິດ, ຫົວໜ້າກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ, ກະຊວງພາຍໃນ.

ໃນການເຜີຍແຜ່ເອກະສານຄັ້ງນີ້, ທ່ານ ທອງສະຫວັນ ປັນຍາວິຈິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການຫັນຫົວໜ່ວຍວິຊາການເຈົ້າຕົນເອງ ຊຶ່ງດຳລັດດັ່ງກ່າວປະກອບມີ 9 ພາກ, 8 ໝວດ,  72 ມາດຕາ. ໂດຍບັນຍາຍກ່ຽວກັບມາດຖານເງື່ອນໄຂ, ຂັ້ນຕອນຂອງການຫັນຫົວໜ່ວຍວິຊາການ, ລະດັບຂອງການຫັນຫົວໜ່ວຍວິຊາການ ເປັນເຈົ້າຕົນເອງ, ຂໍ້ມູນລາຍລະອຽດຄວາມເປັນໄປໄດ້ຂອງບັນດາກົມ, ສູນ, ສະຖາບັນ ແລະ ອົງການ ທີ່ມີລາຍຮັບເພື່ອຄົ້ນຄວ້າຫັນເປັນຫົວໜ່ວຍວິຊາການ ເປັນເຈົ້າຕົນເອງ. ນອກນີ້, ຍັງໄດ້ຍົກໃຫ້ເຫັນເຖິງຄວາມສະດວກ ແລະ ຂໍ້ຫຍຸ້ງຍາກກ່ອນການຫັນ ແລະ ຫຼັງການຫັນ ທັງທາງດ້ານງົບປະມານ ແລະ ບຸກຄະລາກອນ. ພ້ອມດຽວກັນນີ້, ຍັງໄດ້ເຜີຍແຜ່ເອກະສານດຳລັດວ່າດ້ວຍ ພາລະກອນ ດໍາລັດດັ່ງກ່າວປະກອບມີ 7 ພາກ, 8 ໝວດ, 82 ມາດຕາ ໃນນີ້ໄດ້ກໍານົດລະອຽດກ່ຽວກັບຫຼັກການເຄື່ອນໄຫວວຽກງານພາລະກອນ, ປະເພດ ແລະ ຂົງເຂດ, ຜົນປະໂຫຍດ, ການປະເມີນຜົນການປະຕິບັດວຽກງານ, ການຄຸ້ມຄອງ ແລະ ຕິດຕາມ, ກວດກາວຽກງານພາລະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດໍາເນີນຢ່ງຖືກຕ້ອງ, ເປັນລະບົບ, ເຂັ້ມແຂງ ແລະ ທັນສະໄໝ ແນ່ໃສ່ຮັບປະກັນການຄຸ້ມຄອງ ແລະ ພັດທະນາ ໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ.

ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດຳລັດ ວ່າດ້ວຍພາລະກອນ ໄດ້ດໍາເນີນໄປຕາມຈຸດປະສົງ-ລະດັບຄາດໝາຍ ທີ່ວາງໄວ້. ຜົນສໍາເລັດດັ່ງກ່າວນີ້  ກໍລ້ວນແຕ່ມາຈາກຄວາມເອົາໃຈໃສ່ຂອງຜູ້ບັນຍາຍ ແລະ ກໍປາສະຈາກບໍ່ໄດ້ ກໍຄືການຮ່ວມມືຂອງບັນດານັກສໍາມະນາກອນທຸກທ່ານ, ມີຄວາມຕັ້ງໃຈຮັບຟັງການບັນຍາຍ, ເອົາໃຈໃສ່ຕິດຕາມທຸກໆຂັ້ນຕອນການ ແລະ ໜ້າທີ່ຕ່າງໆ ຊຶ່ງໄດ້ມີການຖາມ-ຕອບ ແລະ ບາງຂໍ້ສະເໜີ.  ກອງປະຊຸມເຜີຍແຜ່ຄັ້ງນີ້, ອາດມີເວລາສັ້ນ ແຕ່ກໍເຕັມໄປດ້ວຍເນື້ອໃນອັນອຸດົມສົມບູນ ແລະ ເປັນເຄື່ອງມືນໍາໃຊ້ໄດ້ຕົວຈິງໃນການປະຕິບັດວຽກງານອົງການຈັດຕັ້ງສັງຄົມ ໃນການພັດທະນາປະເທດຊາດ.

  ກອງປະຊຸມເຜີຍແຜ່ເອກະສານໄດ້ດຳເນີນມາຮອດເລວາ 12:00 ໂມງ ຂອງວັນດຽວກັນ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ