13/12/2024

ໃນຕອນບ່າຍຂອງວັນທີ 11 ທັນວາ 2024 ຜ່ານມາ, ທີ່ຫ້ອງປະຊຸມ ຂອງ ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ມີພິທີເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຂອງ 02 ໜ່ວຍພັກພາຍໃນ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະກອບມີ: ໜ່ວຍພັກສູນອິນເຕີເນັດ ແຫ່ງຊາດ ແລະ ໜ່ວຍພັກຫ້ອງການ, ໃຫ້ກຽດເປັນປະທານໂດຍ ສະຫາຍ ແກ້ວວີສຸກ ໂສລະພົມ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກຕສ, ມີບັນດາສະຫາຍເລຂາ, ຮອງເລຂາ ແລະ ຕາງໜ້າໜ່ວຍພັກກົມ/ທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ພາຍໃນ ກຕສ ພ້ອມດ້ວຍສະມາຊິກພັກຂອງ 02 ໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ມີນາໄຊ ພິລາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍການອະນຸມັດເລື່ອນມະຫາຊົນກ້າວໜ້າຂຶ້ນເປັນສະມາຊິກພັກສຳຮອງ 01 ສະຫາຍ. ຈາກນັ້ນ, ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການກະຊວງ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ 01 ສະຫາຍ.
ໂອກາດດຽວກັນນີ້, ສະຫາຍປະທານ ໄດ້ໃຫ້ກຽດມອບມະຕິຕົກລົງ ພ້ອມທັງໄດ້ໂອ້ລົມ ແລະ ກ່າວສະແດງຄວາມຍິນດີ, ຍ້ອງຍໍຊົມເຊີຍ ຕໍ່ສະມາຊິກພັກສໍາຮອງ ແລະ ສົມບູນໃໝ່. ພ້ອມນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາກົດລະບຽບຂອງພັກປະຊາຊົນປະຕິວັດລາວ ວາງອອກຢ່າງເຂັ້ມງວດ, ເປັນແບບຢ່າງນຳໜ້າໃນທຸກຂະບວນການ, ຕັ້ງໜ້າຝຶກຝົນຫຼໍ່ຫຼ້ອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ທິດສະດີການເມືອງ ເພື່ອສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ພາບ ແລະ ຂ່າວ: ພຸດດາວອນ ພາສຸວັນ