ກົມເຕັກໂນໂລຊີ ແລະ ນະວັດຕະກຳ ລົງພົບປະຢ້ຽມຢາມ, ທັດສະນະ ແລະ ປຶກສາຫາລື ຮ່ວມກັບ ກົມສົ່ງເສີມເຕັກນິກ ແລະ ສະຫະກອນ, ກະຊວງກະສີກໍາ ແລະ ປ່າໄມ້ ແລະ ບໍລິສັດ ລາຍລາວແລັບ ໄອຊີທີ ໂຊລູເຊີນ ຈຳກັດ ( Lailaolab ICT Solutions )

16/12/2024

ກົມເຕັກໂນໂລຊີ ແລະ ນະວັດຕະກຳ ລົງພົບປະຢ້ຽມຢາມ, ທັດສະນະ ແລະ ປຶກສາຫາລື ຮ່ວມກັບ ກົມສົ່ງເສີມເຕັກນິກ ແລະ ສະຫະກອນ, ກະຊວງກະສີກໍາ ແລະ ປ່າໄມ້ ແລະ ບໍລິສັດ ລາຍລາວແລັບ ໄອຊີທີ ໂຊລູເຊີນ ຈຳກັດ ( Lailaolab ICT Solutions )

ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງພົບປະຢ້ຽມຢາມ, ທັດສະນະ ແລະ ປຶກສາຫາລື ຮ່ວມກັບ ກົມສົ່ງເສີມເຕັກນິກ ແລະ ສະຫະກອນ, ກະຊວງກະສີກໍາ ແລະ ປ່າໄມ້ ແລະ ບໍລິສັດ ລາຍລາວແລັບ ໄອຊີທີ ໂຊລູເຊີນ ຈຳກັດ ( Lailaolab ICT Solutions ) ໃນວັນທີ 27 ພະຈິກ ແລະ 06 ທັນວາ 2024, ທີ່ຜ່ານມາ. ນໍາພາໂດຍ ທ່ານ ນາງ ມະນີລັດ ກິ່ນພູນສິນ, ຫົວໜ້າພະແນກນະວັດຕະກໍາ, ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ພ້ອມດ້ວຍພະນັກງານພາຍໃນພະແນກ.
ຈຸດປະສົງໃນການລົງຢ້ຽມຍາມຄັ້ງນີ້, ແມ່ນເພື່ອເປັນການພົບປະ, ແລກປ່ຽນບົດຮຽນ, ປຶກສາຫາລື ກ່ຽວກັບວຽກງານ ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ກໍເພື່ອເປັນການຊຸກຍູ້, ສົ່ງເສີມ ຜູ້ປະກອບການ ບັນດາບໍລິສັດຕ່າງໆ ທ່ີ່ດຳເນີນທຸລະກິດດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ພາຍໃນລາວ ໃຫ້ມີການຄົ້ນຄວ້າພັດທະນາ ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ຫຼາຍຂື້ນ ເພື່ອຮັບໃຊ້ແກ່ສັງຄົມໃນປະຈຸບັນ ກໍຄືອານາຄົດ. ທັງເປັນການດຶງດູດການຮ່ວມມືທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂື້ນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ທີ່ດີຂື້ນ. ສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນຂອງຄົນລາວໃຫ້ມີຄວາມຍືນຍົງ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຂັບເຄື່ອນແຜນພັດທະເສດຖະກິດດິຈິຕອນທີ່ລັດຖະບານສຸມໃສ່.
ໃນຕອນທ້າຍ, ທ່ານ ນ. ມະນີລັດ ກິ່ນພູນສິນ ໄດ້ແລກປ່ຽນຄໍາຄິດເຫັນໃນການຮ່ວມມືໃນຕໍ່ໜ້າ ແລະ ສະແດງຄວາມຂອບໃຈມາຍັງ ກົມສົ່ງເສີມເຕັກນິກ ແລະ ສະຫະກອນ, ກະຊວງກະສີກໍາ ແລະ ປ່າໄມ້ ແລະ ບໍລິສັດ ລາຍລາວແລັບ ໄອຊີທີ ໂຊລູເຊີນ ຈຳກັດ ( Lailaolab ICT Solutions) ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານເຕັກໂນໂລຊີ ແລະ ນະວັດຕະກຳທີ່ໄດ້ນໍາໃຊ້ເຂົ້າໃນວຽກງານການຜະລິດ ແລະການບໍລີການ.
ບົດຂ່າວ: ພະແນກ ນະວັດຕະກຳ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ