ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ເຂົ້າພົບປະ ເພື່ອອຳລາຕຳແໜ່ງ

16/12/2024

ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ເຂົ້າພົບປະ ເພື່ອອຳລາຕຳແໜ່ງ

ໃນຕອນເຊົ້າ ຂອງວັນທີ 11 ທັນວາ 2024, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະຈາກສູນບໍລິຫານລັດດິຈິຕອນ ໄດ້ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ Arturo Romboli ຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ພ້ອມດ້ວຍຄະນະ ເນື່ອງໃນໂອກາດອໍາລາໜ້າທີ່ ພາຍຫຼັງສິ້ນສຸດການປະຕິບັດໜ້າທີ່ປະຈໍາ ຢູ່ ສປປ ລາວ.
ໃນການເຂົ້າພົບປະຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ ທ່ານຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຊຸກຍູ້ ວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວໃນໄລຍະທີ່ຜ່ານມາ. ພ້ອມກັນນັ້ນ, ຍັງໄດ້ສົນທະນາແລກປ່ຽນ ແລະ ລາຍງານຜົນສໍາເລັດອງວຽກງານ ໃນໄລຍະການປະຕິບັດໜ້າທີ່ ເຊັ່ນ: ການຈັດສໍາມະນາເພື່ອພັດທະນາຂີດຄວາມອາດສາມາດໃຫ້ແກ່ບຸກຄະລາກອນ ໃຫ້ແກ່ ກຕສ, ວຽກງານປິ່ນອ້ອມ ແລະ ທິດທາງແຜນການຮ່ວມມືໃນອະນາຄົດໃນການຫັນເປັນດິຈິຕອນ ໃນຂອບຂອງການພັດທະນາບຸກຄະລາກອນ ແລະ ການບໍລິການທີ່ທັນສະໄໝໃຫ້ນັບມື້ນັບຫຼາຍຂຶ້ນ. ທ່ານຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບຄວາມສໍາຄັນຂອງເດັກນ້ອຍ, ໄວໜຸ່ມ, ແມ່ຍິງ ເຊິ່ງຈະເປັນທ່າແຮງຫຼັກໃນອະນາຄົດ ທີ່ມີຄວາມຈໍາເປັນຢ່າງຍິ່ງໃນການສ້າງສາ ແລະ ພັດທະນາໃນຍຸກດິຈິຕອນ, ເຊິ່ງເຫັນວ່າ ສປປ ລາວ ແລະ ອົງການ UNICEF ແມ່ນມີຈຸດປະສົງດຽວກັນໃນການສົ່ງເສີມ ແລະ ເປີດໂອກາດໃຫ້ເດັກນ້ອຍໄດ້ເຂົ້າເຖີງການຊ່ວຍເຫຼືອ ໂດຍມີເຕັກໂນໂລຊີດິຈິຕອນ ເປັນເຄື່ອງມືໃຫ້ແກ່ພວກເຂົາເຫຼົ່ານັ້ນ. ພ້ອມກັນນັ້ນ ຍັງແລກປ່ຽນ ແລະ ສະເໜີທິດທາງວິທີການຮ່ວມມືທັງພາກລັດ ກັບອົງການສາກົນ ກໍຄື ອົງການ UNICEF ປະຈໍາ ສປປ ລາວ ເພື່ອສືບຕໍ່ການພັດທະນາຫັນເປັນດິຈິຕອນ ເພື່ອເດັກນ້ອຍ, ໄວໜຸ່ມ, ແມ່ຍິງ ແລະ ທູກໆຄອບຄົວທົ່ວ ສປປ ລາວ ໂດຍສະເໜີເອົາວຽກງານດິຈິຕອນເປັນບູລິມະສິດ ເພື່ອໃຫ້ມີການພັດທະນາທັນກັບປະເທດອື່ນໆ ທີ່ຢູ່ອ້ອມຂ້າງ ສປປ ລາວ ເຊັ່ນ: ສປ ຈີນ ແລະ ຫວຽດນາມ.
ຂ່າວ: ສູນບໍລິຫານລັດດິຈິຕອນ
 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ