ຮອງລັດຖະມົນຕີ ກຕສ ໄດ້ນຳພາຄະນະເດີນທາງໄປເຂົ້າຮ່ວມງານເວທີປາໄສນັກວິທະຍາສາດ

17/12/2024

ຮອງລັດຖະມົນຕີ ກຕສ ໄດ້ນຳພາຄະນະເດີນທາງໄປເຂົ້າຮ່ວມງານເວທີປາໄສນັກວິທະຍາສາດ

 

ໃນລະຫວ່າງວັນທີ 06-08 ທັນວາ 2024 ຄະນະຜູ້ແທນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ ໄດ້ນຳພາຄະນະເດີນທາງໄປເຂົ້າຮ່ວມງານເວທີປາໄສນັກວິທະຍາສາດ Tengchong (Tengchong Scientists Forum) ປະຈຳປີ 2024, ທີ່ເມືອງເທິງຊົງ, ແຂວງຢຸນນານ, ສປ ຈີນ. ຊຶ່ງຈັດຂຶ້ນໂດຍ ແຂວງຢຸນນານ ຮ່ວມກັບ ສະພາບັນດິດວິທະຍາສາດແຫ່ງຊາດ ສປ ຈີນ ພາຍໃຕ້ຄຳຂວັນ “ພາລະກິດຂອງບັນດານັກວິທະຍາສາດ ແລະ ເຕັກໂນໂລຊີໃນທົ່ວໂລກ ເພື່ອສ້າງຄວາມເຂັ້ມແຂງໃນການພັດທະນາດ້ວຍຄຸນນະພາບສູງ (Global Innovation and Scientists’ Mission – Empowering High Quality Development)” ໂດຍມີ ທ່ານ Chen Zhu ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ຫົວໜ້າ​ວິສະ​ວະ​ກອນ​ເຕັກນິກ​ຂອງ​ໂຄງການ​ພິ​ເສດ​ສຳ​ລັບ​ 4 ພະຍາດ​ຊຳ​ເຮື້ອ​ໃຫຍ່, ຄະນະ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ, ທ່ານ Wang Ning ເລຂາ​ຄະນະ​ພັກ​ແຂວງ​ຢຸນນານ​, ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ​ຢຸນນານ, ທ່ານ Wang Yubo, ຮອງເລຂາພັກແຂງ, ເຈົ້າແຂວງໆ ຢຸນນານ, ທ່ານ Gu Binglin ອະດີດອະທິການບໍດີມະຫາວິທະຍາໄລຊິນຮົວ, ປະທານເວທີປາໄສນັກວິທະຍາສາດເທິງຊົງ, ທ່ານ George F. Smoot ຜູ້ໄດ້ຮັບລາງວັນໂນແບນ ສາຂາຟີຊິກສາດ ປະຈຳປີ 2006 ພ້ອມດ້ວຍບັນດາການນຳແຂວງ ຢຸນນານ, ບັນດາບັນດິດ, ສາສະດາຈານ, ນັກປາດ, ອະດີດອະທິການບໍດີ, ອະທິການບໍດີ, ນັກວິທະຍາສາດ, ນັກຄົນຄວ້າ, ນັກທຸລະກິດຊັ້ນນຳ ແລະ ຜູ້ທີ່ມີຊື່ສຽງຂອງສປ ຈີນ, ເຂດອາຊີຕາເວັນອອກສຽງໃຕ້, ແຂກຮັບເຊີນຈາກບັນດາປະເທດອ້ອມຂ້າງເປັນຕົ້ນ ແມ່ນຈາກ ສປປ ລາວ, ມຽນມາ, ໄທ ແລະ ຈາກອາຊີໃຕ້ ເຂົ້າຮ່ວມ.

ຈຸດປະສົງ ຂອງງານເວທີປາໄສນັກວິທະຍາສາດ ແມ່ນເພື່ອສົ່ງເສີມຈິດວິນຍານຂອງວິທະຍາສາດ ແລະ ບັນດານັກວິທະຍາສາດ ໂດຍຈຸດມຸ້ງໝາຍເພື່ອຮັດແໜ້ນ ແລະ ແລກປ່ຽນການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີທັງພາຍໃນ ສປ ຈີນ ແລະ ອາຊີໃຕ້. ພ້ອມນີ້, ຍັງປະກອບມີ 11 ​ເວທີ​ປາ​ໄສ​ຍ່ອຍ ​ແລະ 8 ​ກິດຈະກຳ ທີ່ກວມເອົາຫຼາຍຫົວຂໍ້ທີ່ໜ້າສົນໃຈ ເປັນຕົ້ນແມ່ນ: ການສຶກສາ, ການຄົ້ນຄວ້າວິທະຍາສາດຂອງນັກວິທະຍາສາດໜຸ່ມ, ການພັດທະນານະວັດຕະກຳດ້ານອຸດສາຫະກຳ, ການດຳເນີນທຸລະກິດດ້ານນະວັັດຕະກຳເຕັກໂນໂລຊີດ້ານດິຈິຕອນ, ການພັດທະນາດ້ານຊີວະວິທະຍາ, ການແພດສະໄໝໃໝ່ ແລະ ການຄົ້ນຄວ້າຢາພື້ນເມືອງ, ການກະສິກຳທີ່ທັນສະໄໝ ແລະ ການພັດທະນາເຕັກໂນໂລຊີດ້ານວັດສະດຸ ແລະ ພະລັງງານສະອາດ.

ໃນເວທີປາໄສຄັ້ງນີ້, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫົວໜ້າຄະນະຜູ້ແທນ ສປປ ລາວ ກໍ່ໄດ້ຮັບກຽດຂຶ້ນກ່າວໃນພິທີເປີດ ເຊິ່ງມີບາງຕອນທ່ານໄດ້ກ່າວວ່າ: ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​, ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ເປັນ​ສິ່ງ​ສຳຄັນ​ໃນ​ການ​ຊຸກຍູ້​ຄວາມ​ກ້າວໜ້າ​ໃນ​ຂະ​ແໜງ​ການ​ຕ່າງໆ ລວມທັງ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ. ພາລະກິດຂອງນັກວິທະຍາສາດບໍ່ພຽງແຕ່ສົ່ງມອບນະວັດຕະກໍາ ທີ່ຍົກລະດັບຄຸນນະພາບຂອງຊີວິດເທົ່ານັ້ນ ແຕ່ຍັງເປັນການວາງພື້ນຖານສໍາລັບເຕັກໂນໂລຊີທີ່ສົ່ງຜົນກະທົບຕໍ່ໂລກ ຈາກເຕັກໂນໂລຊີຊີວະພາບຈົນເຖິງປັນຍາປະດິດທີ່ທັນສະ
ໄໝ. ໃນຍຸກດິຈິຕອນນີ້ມີຫຼາຍເຕັກໂນໂລຊີທີ່ພົ້ນເດັ່ນ ເປັນຕົ້ນ: ປັນຍາປະດິດ (AI), ກຸ່ມຂໍ້ມູນຜູກພັນ (Blockchain), ລະບົບຄລາວ (Cloud), ຖານຂໍ້ມູນໃຫຍ່ (Big Data) ແມ່ນເຮັດຫນ້າທີ່ເປັນຕົວກະຕຸ້ນ ນະວັດຕະກຳ, ຄວາມຄິດສ້າງສັນ ແລະ ການປະດິດສ້າງ. ໃນທົ່ວໂລກ, ນັກວິທະຍາສາດໄດ້ອຸທິດຕົນເພື່ອພັດທະນາເຕັກໂນໂລຊີໃນຂົງເຂດທີ່ສໍາຄັນເຊັ່ນ: ສາທາລະນະສຸກ, ພະລັງງານ, ການສຶກສາ ແລະ ສິ່ງແວດລ້ອມ ທັງຫມົດແມ່ນແນໃສ່ການຊຸກຍູ້ການພັດທະນາແບບຍືນຍົງ ແລະ ມີຄຸນນະພາບສູງ ​ເພື່ອ​ສະໜັບສະໜູນ​ບັນດາ​ຄວາມ​ພະຍາຍາມ​ດັ່ງກ່າວ, ຊຶ່ງ​ເປັນ​ສິ່ງ​ຈຳ​ເປັນ​ ທີ່ຕ້ອງຊຸກຍູ້​ໃຫ້ມີການ​ແລກປ່ຽນນັກຊ່ຽວຊານ, ຜູ້ທີ່ມີ​ພອນ​ສະຫວັນ ​ແລະ ​ສ້າງ​ຄວາມ​ສາມາດ​ໃຫ້​ນັກ​ຊ່ຽວຊານ​ໜຸ່ມ​ໃນ​ຂົງ​ເຂດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ນະວັດຕະກຳ (STI) ໂດຍການແບ່ງປັນບົດຮຽນທີ່ດີທີ່ສຸດ ແລະ ການນໍາໃຊ້ເຕັກໂນໂລຊີທີ່ກ້າວຫນ້າ.

ໃນໄລຍະການເຂົ້າຮ່ວມເວທີປາໄສດັ່ງກ່າວ, ຄະນະຜູ້ແທນ ກຕສ ຍັງໄດ້ພົບປະສອງຝ່າຍກັບທ່ານ Guo Dajin ຮອງເຈົ້າແຂວງໆ ຢຸນນານ ແລະ ທ່ານ Shi Youlian, ຮອງເລຂາ ຫ້ອງການປົກຄອງແຂວງຢຸນນານ ເຊິ່ງໄດ້ປຶກສາຫາລືກ່ຽວກັບການຮ່ວມມືທີ່ກຳລັງຈັດຕັ້ງປະຕິບັດ, ສົນທະນາແລກປ່ຽນແນວທາງການຮ່ວມມືດ້ານເຕັກໂນໂລຊີດິຈິຕອນໃນຫົວຂໍ້ຕ່າງໆ. ພ້ອມນີ້, ໄດ້ຮັບການທາມທາມໃຫ້ຄະນະນຳກະຊວງຝ່າຍ ສປປ ລາວ ເຂົ້າຮ່ວມກອງປະຊຸມທີ່ຕິດພັນກັບວຽກງານດິຈິຕອນ ທີ່ມີແຜນຈະຈັດຂຶ້ນຢູ່ແຂວງຢຸນນານ, ສປ ຈີນ ໃນປີ 2025.

ໂດຍ: ພະແນກເລຂານຸການ ແລະ ພິທີການ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ