26/12/2024

ໃນຕອນເຊົ້າຂອງວັນທີ 20 ທັນວາ 2024 ທີ່ຜ່ານມາ, ທີ່ຫ້ອງປະຊຸມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ກົມໄປສະນີ ໄດ້ຈັດກອງປະຊຸມເພື່ອຕ້ອນຮັບທ່ານຮອງລັດຖະມົນຕີຜູ້ຊີ້ນຳລົງມາຕິດຕາມການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ແຜນການປະຈຳປີ 2025, ພ້ອມທັງຈັດພິທີມອບຮັບໜ້າທີ່ລະຫວ່າງ ຫົວໜ້າກົມໄປສະນີ (ຜູ້ເກົ່າ) ແລະ ຮັກສາການຫົວໜ້າກົມໄປສະນີ (ຜູ້ໃໝ່). ພາຍໃຕ້ການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີພະນັກງານພາຍໃນກົມເຂົ້າຮ່ວມທັງໝົດ 20 ທ່ານ.
ໃນກອງປະຊຸມ ທ່ານຈັນທະວີພອນ ເຄືອບຄໍາວອນ ຮັກສາການຫົວໜ້າກົມໄປສະນີຜູ້ໃໝ່ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025. ພ້ອມກັນນັ້ນ, ຄະນະກົມ ແລະ ຄະນະພະແນກກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃຫ້ຂໍ້ສະເໜີ ແລະ ທິດທາງແຜນການໃນຕໍ່ໜ້າ.
ຜ່ານການຮັບຟັງການລາຍງານ ແລະ ການປະກອບຄຳເຫັນຂອງຄະນະກົມ ແລະ ຄະນະພະແນກ ທ່ານ ໄຊລືຊາ ອິນສີຊຽງໃໝ່ ກໍໄດ້ມີທິດຊີ້ນຳຕໍ່ກົມໄປສະນີ ໂດຍທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສກະກຽມກອງປະຊຸມໃຫຍ່ຂອງໜ່ວຍພັກຕົນໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້, ກະກຽມບົດລາຍງານການເມືອງ, ບົດສຳຫຼວດການຊີ້ນຳ-ນຳພາຂອງໜ່ວຍພັກໃຫ້ສ່ອງແສງອອກສະພາບຄວາມເປັນຈິງໃຫ້ຫຼາຍທີ່ສຸດ, ເອົາວຽກໄປສະນີເປັນວຽກໜຶ່ງຕາມນະໂຍບາຍພັກ-ລັດ ໃນການເຊື່ອມຈອດບັນດາປະເທດຕ່າງໆ. ໂດຍສະເພາະ ການສ້າງຕັ້ງສູນກວດກາເຄື່ອງຝາກໄປສະນີລະຫວ່າງປະເທດທີ່ລັດຄຸ້ມຄອງ ຕ້ອງໃຫ້ຄົບທຸກຈຸດທາງອອກຂອງປະເທດ, ສ້າງສູນຂໍ້ມູນດ້ານໄປສະນີເພື່ອເຊື່ອມໂຍງກັບບັນດາປະເທດອ້ອມຂ້າງ. ວຽກງານຂົນສົ່ງໄປສະນີທີ່ຕິດພັນກັບການຄ້າອີເລັກໂຕຼນິກ ໃຫ້ຮີບຮ້ອນປະສານງານກັບກະຊວງ ໂຍທາທິການ ແລະ ຂົນສົ່ງ ເພື່ອຄວາມເປັນເອກະພາບກັນ, ເອົາວຽກງານໄປສະນີຊ່ວຍຊຸກຍູ້ສົ່ງເສີມເຂົ້າໃນວຽກງານທ່ອງທ່ຽວຂອງລາວໃຫ້ຂະຫຍາຍຕົວ, ຈັດລຽງແຜນບຸລິມະສິດວຽກງານໄປສະນີ ປີ 2025 ໃຫ້ເປັນແຜນລະອຽດເປັນຕົ້ນແມ່ນ: ບັນດານິຕິກຳກົດໝາຍຕ່າງໆ, ວຽກໂຄງການ, ວຽກພື້ນຖານໂຄງລ່າງ, ວຽກຮ່ວມມືທັງພາຍໃນ ແລະ ຕ່າງປະເທດ.
ຂ່າວ ແລະ ພາບ: ກົມໄປສະນີ.