ກອງປະຊຸມທ້າຍສະໄໝ, ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ກອງປະຊຸມປະເມີນຄະນະສູນ ຂອງໜ່ວຍພັກສູນບໍລິຫານລັດດິຈິຕອນ

26/12/2024

ກອງປະຊຸມທ້າຍສະໄໝ, ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ກອງປະຊຸມປະເມີນຄະນະສູນ ຂອງໜ່ວຍພັກສູນບໍລິຫານລັດດິຈິຕອນ

ກອງປະຊຸມທ້າຍສະໄໝ ຂອງໜ່ວຍພັກສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ໄດ້ໄຂຂຶ້ນໃນວັນທີ 24 ທັນວາ 2024, ທີ່ຫ້ອງປະຊຸມຊັ້ນ1, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ). ໂດຍໃຫ້ກຽດເປັນປະທານໂດຍ ສະຫາຍ ແກ້ວວິສຸກ ໂສລະພົມ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງ ຂອງໜ່ວຍພັກ ສລດ ແລະ ຕາງໜ້າຜູ້ຕິດຕາມຈາກ ກົມກວດກາ ແລະ ກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມທັງໝົດ ຈຳນວນ 33 ສະຫາຍ, ຍິງ 14 ສະຫາຍ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນເປັນ 3 ວາລະຄື: ວາລະທີໜຶ່ງ: ກອງປະຊຸມທ້າຍສະໄໝ ຂອງໜ່ວຍພັກ ສູນບໍລິຫານລັດດິຈິຕອນ ສະໄໝທີ II, ວາລະທີສອງ: ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2024 ແລະ ວາລະທີສາມ: ກອງປະຊຸມປະເມີນຄະນະສູນ ຂອງສູນບໍລິຫານລັດດິຈິຕອນ. ຊຶ່ງກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ, ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕີລາຄາປະກອບຄໍາເຫັນຕໍ່ບົດສະຫຼຸບການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ແຜນການໃນສະໄໝຕໍ່ໜ້າຂອງໜ່ວຍພັກ ສລດ. ພ້ອມນັ້ນ, ຍັງໄດ້ຮັບຟັງ ສະຫາຍ ປະລິນຍາເອກ ທະວີສັກ ມະໂນທັມ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າສູນບໍລິຫານລັດດິຈິຕອນ ຂຶ້ນຜ່ານຮ່າງບົດສໍາຫຼວດການນໍາພາລວມ, ບົດສໍາຫຼວດຂອງບັນດາສະຫາຍສະມາຊິກພັກ ພາຍໃນໜ່ວຍພັກ ສລດ, ບົດລາຍງານການເມືອງ ແລະ ບົດສະຫຼຸບໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024. ພ້ອມນັ້ນ, ຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ການນໍາພາລວມຂອງຄະນະໜ່ວຍພັກ, ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ຂອງບັນດາສະຫາຍພາຍໃນຄະນະໜ່ວຍພັກ ໃຫ້ຖືກຕ້ອງຕາມຄວາມເປັນຈິງພາວະວິໄສ ແລະ ດໍາເນີນຖືກຕ້ອງຕາມຫຼັກການຂອງພັກ.

ຕອນທ້າຍ ສະຫາຍ ແກ້ວວິສຸກ ໂສລະພົມ ໄດ້ມີທິດຊີ້ນໍາ ແລະ ໂອ້ລົມຕໍ່ກອງປະຊຸມ, ຊຶ່ງທ່ານໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງ ຄະນະພັກ ກຕສ ກໍຄື ຕໍ່ການພັດທະນາວຽກງານການບໍລິຫານ ແລະ ບໍລິການລັດດິຈິຕອນ ເຊິ່ງເປັນວຽກງານຈຸດສຸມໜຶ່ງ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອຫັນປະເທດເຮົາສູ່ລະບົບດິຈິຕອນ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ, ປັບປຸງ ແລະ ກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍ່ສ້າງພະນັກງານໃຫ້ມີລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ມີຄວາມຮູ້ທາງດ້ານວິຊາສະເພາະຢ່າງໜັກແໜ້ນ, ພັດທະນາບັນດາລະບົບທີ່ຊຸກຍູ້, ສົ່ງເສີມບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ, ປັບປຸງນິຕິກໍາ ແລະ ສ້າງນິຕິກໍາໃໝ່ ເພື່ອຊຸກຍູ້ ແລະ ສົ່ງເສີມການນຳໃຊ້ບັນດາລະບົບຕ່າງໆ ທີ່ຖືກພັດທະນາມາແລ້ວ ໃຫ້ສອດຄ່ອງ ແລະ ສາມາດຮອງຮັບເຕັກໂນໂລຊີ ແລະ ການສື່ສານ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ. ຄະນະໜ່ວຍພັກ ສລດ ຕະຫຼອດເຖິງສະມາຊິກພັກ, ຕ້ອງເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງ, ບືນຕົວຍົກສູງລະດັບຄວາມຮູ້-ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍຄື ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ກ້າຫານ, ກ້າຮັບຜິດຊອບ, ອົດທົນ, ເສຍສະຫຼະ, ປະດິດສ້າງ, ເອົາໃຈໃສ່ປັບປຸງທັດສະນະປະຕິວັດ ແລະ ທັດສະນະມະຫາຊົນຂອງພັກ, ເຄື່ອນໄຫວໃຫ້ສອດຄ່ອງຕາມພາລະບົດບາດຂອງຕົນ, ຊື່ສັດ, ໂປ່ງໃສ ແລະ ຍຸຕິທໍາ, ຫຼີກລ້ຽງບັນດາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ: ການສໍ້ລາດບັງຫຼວງ, ການສວຍໃຊ້ສິດໜ້າທີ່ເພື່ອສ້າງຜົນປະໂຫຍດສ່ວນຕົວ ແລະ ກຸ່ມກ້ອນ ອັນຈະສ້າງຄວາມເສຍຫາຍຕໍ່ບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ກໍຄື ກະທົບຕໍ່ຄວາມເຊື່ອຖື ໄວ້ວາງໃຈຂອງສັງຄົມ ຕໍ່ພັກ-ລັດ ເຮົາ

ກອງປະຊຸມໄດ້ປິດລົງໃນເວລາ 12:00 ຂອງມື້ດຽວກັນ

ພາບ ແລະ ຂ່າວ: ສູນບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ