27/12/2024

ໃນຕອນບ່າຍຂອງວັນທີ 25 ກັນຍາ 2024, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ໄດ້ຈັດກອງປະຊຸມຄົບຄະນະບໍຫານງານປະຈຳ 6 ເດືອນທ້າຍປີ 2024 ຂຶ້ນທີ່ຫ້ອງປະຊຸມຊັ້ນ ຂອງສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ). ໂດຍການເປັນປະທານຂອງ ສະຫາຍ ພວງປະເສີດ ແກ້ວສຸວັນ, ກຳມະການສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ), ເລຂາ ຄຊປປລ ກຕສ ມີບັນດາສະຫາຍ ໃນຄະນະປະຈຳ, ຄະນະບໍລິຫານງານຊາວໜຸ່ມ ກຕສ, ບັນດາສະຫາຍ ເລຂາຊາວຫນຸ່ມຮາກຖານ, ຫນ່ວຍອ້ອມຂ້າງ ຄຊປປລ ກຕສ ເຂົ້າຮ່ວມທັງຫມົດ 25 ສະຫາຍ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອການສະຫຼຸບວຽກງານ 6 ເດືອນທີ່ຜ່ານມາ, ພ້ອມທັງເປັນການທົບທວນຄືນບັນດາຫນ້າວຽກທີ່ຄົງຄ້າງ ທີ່ຕ້ອງໄດ້ຮີບຮ້ອນເລັ່ງຈັດຕັ້ງປະຕິບັດ ແລະ ກຳນົດຮ່າງທິດທາງແຜນການປະຈຳປີ 2025. ກອງປະຊຸມໄດ້ຮັບຟັງການລາຍງານສະຫຼຸບການຈັດຕັ້ງວຽກງານ 6 ເດືອນຜ່ານມາ ນໍາສະເຫນີໂດຍກອງເລຂາ ຄຊປປລ ກຕສ, ຮັບຟັງການລາຍງານສະພາບໂດຍຫຍໍ້ຈາກພາກສ່ວນຕ່າງໆ. ນອກຈາກນັ້ນ, ກອງປະຊຸມໄດ້ປຶກສາຫາລື ເພື່ອພ້ອມກັນປັບປຸງແກ້ໄຂກົນໄກການເຮັດວຽກຂອງກອງເລຂາ, ວຽກແຜນການ ແລະ ການເງີນ, ການກະກຽມວຽກງານຂະບວນການ ຂອງຊາວຫນຸ່ມພາຍໃນ ກຕສ ທີ່ຕິດພັນກັບວຽກວິຊາສະເພາະ ແລະ ວຽກຂະບວນການທີ່ຕິດພັນກັບສູນກາງຊາວຫນຸ່ມ ເປັນຕົ້ນແມ່ນ: ການຈັດຂະບວນການກິລາ, ສຳມະນາຫົວຂໍ້ຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກອງປະຊຸມທ້າຍສະໄໝ ແລະ ກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III, ວຽກຈັດຕັ້ງ-ກວດກາ ແລະ ວຽກກງານປີ່ນອ້ອມ, ການກະກຽມການຈັດຕັ້ງປະຕິບັດປະເມີນຂໍ້ຂໍ້ແຂ່ງຂັນ 4 ບຸກປະຈຳປີ 2024 ຂອງຊາວໜຸ່ມທົ່ວກະຊວງເຕັກໂນໂລຊີ ແລະ ການສສື່ສານ.
ຕອນທ້າຍ ສະຫາຍ ພວງປະເສີດ ແກ້ວສຸວັນ ໄດ້ມີຄຳເຫັນເນັ້ນໜັກໃຫ້ບັນດາສະຫາຍ ເລຂາຊາວຫນຸ່ມຮາກຖານ, ຫນ່ວຍອ້ອມຂ້າງ ຄຊປປລ ກຕສ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຊີ້ນຳ-ນຳພາ ແລະ ສຶກສາອົບຮົມການເມືອງແນວຄິດ ຕໍ່ກັບສະມາຊິກຊາວໜຸ່ມໃນຂັ້ນຂອງຕົນໃຫ້ໄປພ້ອມກັບວຽກວິຊາສະເພາະໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດອັນຈົບງາມ.
ພາບ ແລະ ຂ່າວ: ກອງເລຂາ, ຄຊປປລ ກຕສ.