27/12/2024

ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ເຂົ້້າຮ່ວມງານ ກິດຈະກຳຍ່າງເພື່ອສຸຂະພາບ ຊົມເຊີຍວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 69 ປີ (02 ທັນວາ 1955-02 ທັນວາ 2024) ໃນວັນທີ 27 ທັນວາ 2024 ນີ້, ທີ່ເຂດເສດຖະກິດພິເສດບຶງທາດຫລວງ, ນະຄອນຫຼວງວຽງຈັນ. ໂດຍການນຳພາ ຂອງ ສະຫາຍ ບຸນສັກດາ ພົມສະຫວັນ ກໍາມະການ ຊາວໜຸ່ມ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານຊາວໜຸ່ມ ພາຍໃນກະຊວງເຂົ້າຮ່ວມ.
ການເຂົ້້າຮ່ວມງານກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້, ໂດຍການກ່າວພິທີເປີດງານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ ພ້ອມດ້ວຍຄະນະ. ຊຶ່ງກິດຈະກຳງານໃນຄັ້ງນີ້ ຈັດຂຶ້ນເພື່ອເປັນການກະຕຸ້ນ, ສົ່ງເສີມຊົມເຊີຍວັນສ້າງຕັ້ງກອງເຍົາວະຊົນທັນວາ, ຍົກລະດັບການເຜີຍແຜ່ຂໍ້ມູນໃຫ້ຜູ້ເຂົ້າຮ່ວມ ກໍ່ຄືທຸກພາກສ່ວນ ຊາວໜຸ່ມກະຊວງ, ອອ້ມຂ້າງນະຄອນຫຼວງວຽງຈັນ. ພ້ອມນີ້, ຍັງເປັນການສົ່ງເສີມການອອກກຳລັງກາຍດ້ວຍຂະບວນການຍ່າງເພື່ອສຸຂະພາບ, ຄວາມສາມັກຄີຂອງອ້າຍນ້ອງພະນັກງານ ຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ໃຫ້ເລິກເຊິ່ງ ແລະ ກ້ວາງຂວາງ.
ພາບ ແລະ ຂ່າວ: ຄຊປປລ ກຕສ.