ກອງປະຊຸມບົດ​ສະຫຼຸບຜົນງານປະຈໍາປີ 2024 ແລະ ທິດທາງແຜນວຽກຈຸດສຸມ ປະຈໍາປີ 2025 ຂອງ​ກົມ​ເຕັກ​ໂນ​ໂລ​ຊີ​ ແລະ ນະ​ວັດຕະ​ກຳ

30/12/2024

ກອງປະຊຸມບົດ​ສະຫຼຸບຜົນງານປະຈໍາປີ 2024  ແລະ ທິດທາງແຜນວຽກຈຸດສຸມ ປະຈໍາປີ 2025  ຂອງ​ກົມ​ເຕັກ​ໂນ​ໂລ​ຊີ​ ແລະ ນະ​ວັດຕະ​ກຳ

          ໃນວັນທີ 27 ທັນວາ 2024, ທີ່ຫ້ອງປະຊຸມໃຫຍ່ (ເຂດບ້ານຕອນຕິ້ວ), ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມບົດສະຫຼຸບຜົນງານ ປະຈໍາປີ 2024  ແລະ ທິດທາງແຜນວຽກຈຸດສຸມ ປະຈໍາປີ 2025 ຂຶ້ນ. ໂດຍການເປັນປະທານ ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ  ພ້ອມດ້ວຍພະນັກງານ-ວິຊາການພາຍໃນກົມ ຈຳນວນ 30 ກວ່າທ່ານ.

        ໃນພິທີ ທ່ານ ວິໄລສອນ ບຸຜາລັດ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ຜ່ານບົດສະຫລຸບຜົນງານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມກໍໄດ້ຄົ້ນຄວ້າ, ປະກອບຄຳເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຄວາມເປັນເອກະສັນກັນໃນການເຄື່ອນໄຫວວຽກງານຜົນສຳເລັດຂອງກົມທີ່ວາງອອກໃນແຕ່ລະໄລຍະ.

ກົມມເຕັກໂນໂລຊີ ແລະ ນະວັດຕະກຳ ສັງກັດໃນໂຄງປະກອບການຈັດຕັ້ງ ຂອງກະຊວງເຕັກ​ໂນ​ໂລ​ຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະ​ພັກ, ຄະນະ​ນຳກະຊວງ​ໃນ​ການ​ກຳນົດ​ນະໂຍບາຍ, ຍຸດທະສາດ, ສົ່ງເສີມ, ການຖ່າຍທອດ  ແລະ ການຄຸ້ມຄອງ ດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໃນຂອບເຂດທົ່ວ​ປະ​ເທດ​ຕາມຄວາມຮັບຜິດຊອບຂອງກະຊວງ ​ເຕັກ​ໂນ​ໂລ​ຊີ ແລະ ການສື່ສານ.

ຕອນທ້າຍ ທ່ານ ອປ ສັນຕິສຸກ ສິມມາລາວົງ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຕໍ່ກອງປະຊຸມ. ກ່ອນອຶ່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ຜົນສໍາເລັດ ແລະ ຜົນງານຂອງກົມເຕັກໂນໂລຊີິ ແລະ ນະວັດຕະກຳ ໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກໃຫ້ ເອົາໃຈໃສ່ເສີມສ້າງຄວາມສາມັກຄີໃຫ້ໜັກແໜ້ນ, ຍົກສູງຄວາມຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືວຽກງານພາຍໃນກົມໃຫ້ມີຜົນສໍາເລັດ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.

ຂ່າວ ແລະ ພາບ ກົມເຕັກໂນໂລຊີ ແລະ ນະວັດຕະກຳ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ