02/01/2025

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ໄດ້ໄຂຂຶ້ນໃນວັນທີ 30 ທັນວາ 2024, ທີ່ຫ້ອງປະຊຸມ ຊັ້ນ 4 ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການື່ສານ (ກຕສ). ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກທົ່ວອົງຄະນະພັກ ກຕສ ເຂົ້າຮ່ວມທັງໝົດ 25 ສະຫາຍ.
ໃນກອງປະຊຸມຄັ້ງນີ້ ໄດ້ຜ່ານຮ່າງບົດສະຫຼຸບຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ຜ່ານຮ່າງບົດສະຫຼຸບແຜນພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ແລະ ສະພາບການຫັນເປັນດິຈິຕອນ ຂອງ ສປປ ລາວ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ລາຍງານກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ພາຍໃນອົງຄະນະພັກ ກຕສ ແລະ ຜ່ານຮ່າງບົດສະຫຼຸບວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025. ພ້ອມນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືເຊິ່ງກັນ ແລະ ກັນ, ປະກອບຄຳຄິດ-ຄຳເຫັນ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ເລິກເຊິ່ງ, ຢ່າງກົງໄປກົງມາ ເພື່ອປະກອບໃສ່ເນື້ອໃນບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນສົມບູນ.