ກົມເຕັກໂນໂລຊີດິຈິຕ໋ອນສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການໃນປີ 2025 ແລະ ຈັດພິທີມອບຮັບໜ້າທີ່ລະຫວ່າງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ(ຜູ້ເກົ່າ) ແລະ ຮັກສາການຫົວໜ້າກົມ
02/01/2025

ທ້າຍອາທິດຜ່ານມານີ້, ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການໃນປີ 2025 ແລະ ຈັດພິທີມອບຮັບໜ້າທີ່ລະຫວ່າງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ(ຜູ້ເກົ່າ) ແລະ ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາແຂກທີ່ຖືກເຊີນຈາກກົມກອງ/ທຽບເທົ່າ ພາຍໃນກະຊວງ ແລະ ພະນັກງານພາຍໃນກົມເຂົ້າຮ່ວມ.


ໂອກາດດັ່ງກ່າວ, ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າ ກົມເຕັກໂນໂລຊີດິຈິຕ໋ອນ ໄດ້ຜ່ານບົດສະຫລຸບຜົນງານປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ຊຶ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນການປະຕິບັດວຽກງານ ຂອງກົມເຕັກໂນໂລຊີດິຈິຕ໋ອນ ພາຍໃນ 1 ປີຜ່ານມາ ຊຶ່ງກົມໄດ້ເອົາໃຈໃສ່ນໍາພາຊີ້ນໍາພະນັກງານລັດຖະກອນ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນ ເຊັ່ນ: ໄດ້ຄົ້ນຄວ້າສ້າງນິຕິກໍາທີ່ສໍາຄັນຈໍານວນ 06 ສະບັບ, ສໍາເລັດການໃຫ້ບໍລິການຄຸ້ມຄອງດ້ານເຕັກໂນໂລຊີດິຈິຕ໋ອນ ແລະ ຢັ້ງຢືນລະບົບເຕັກໂນໂລຊີດິຈິຕ໋ອນ ຈໍານວນ 112 ບໍລິສັດ, ເຮັດການຮ່ວມມືກັບບັນດາບໍລິສັດ ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາ ແລະ ສົ່ງເສີມການນໍາໃຊ້ ເຕັກໂນໂລຊີດິຈິຕ໋ອນ ຈໍານວນ 03 ບໍລິສັດ, ສໍາເລັດການສົ່ງເສີມວຽກງານພັດທະນາຊັບພະຍາກອນມະນຸດ ບໍ່ວ່າຈະເປັນການຈັດສໍາມະນາ, ການລົງເຜີຍແຜ່ວຽກງານຂອງກົມຮ່ວມກັບພາກສ່ວນອື່ນ, ການຈັດຝຶກອົບຮົມໃຫ້ແກ່ພະນັກງານທັງພາຍໃນ ແລະ ພາຍນອກ ແລະ ຍັງໄດ້ນໍາສົ່ງພະນັກງານໃນກົມເຂົ້າຮ່ວມຝຶກອົບຮົມວຽກງງານທີ່ຕິດພັນກັບເຕັກໂນໂລຊີດິຈິຕ໋ອນ ຈໍານວນ 44 ຄັ້ງ ຈໍານວນ 680 ເທື່ອຄົນ. ນອກນັ້ນ, ຍັງມີວຽກງານການພັດທະນາພື້ນຖານໂຄງລ່າງ ຊຶ່ງໄດ້ສະໜອງການບໍລິການສູນຂໍ້ມູນ(ລະບົບຄລາວ) ໃຫ້ແກ່ບັນດາໂຄງການຫັນເປັນດິຈິຕອນທັນສະໄໝ ຂອງຂະແໜງການຕ່າງໆ ທັງພາກລັດ ແລະ ເອກະຊົນ ໄດ້ຈໍານວນ 24 ພາກສ່ວນ, ພັດທະນາຜະລິດຕະພັນ ແລະ ການບໍລິການ, ໄດ້ສໍາເລັດການການຄົ້ນຄ້ວາອອກໃບອະນຸຍາດດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ ຈໍານວນ 48 ບໍລິສັດ, ຕໍ່ໃບອະນຸຍາດ ຈໍານວນ 41 ບໍລິສັດ, ອອກໃບຢັ້ງຢືນລະບົບທຸລະກໍາທາງເອເລັກໂຕຣນິກໃໝ່ ຈໍານວນ 18 ບໍລິສັດ, ຕໍ່ໃບຢັ້ງຢືນລະບົບທຸລະກໍາທາງເອເລັກໂຕຣນິກ ຈໍານວນ 05 ບໍລິສັດ ລວມທັງໝົດ 112 ບໍລິສັດ; ໂດຍສາມາດເກັບລາຍຮັບວິຊາການ ໃນປີ 2024 ໄດ້ທັງໝົດຈໍານວນ 421,352,000 ກີບ ວຽກງານການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນຊັບສິນດິຈິຕອນ ຢູ່ ສປປ ລາວ ສາມາດເກັບລາຍຮັບຈາກໂຄງການທົດລອງທຸລະກໍາຊັບສິນດິຈິຕອນ ຮອດປະຈຸບັນລວມທັງໝົດ ຈໍານວນ 516.144.104 USD ແລະ 5.718.000.000 ກີບ ແລະ ຜົນງານດ້ານອື່ນໆອີກ.



ຈາກນັ້ນ ກໍໄດ້ມີພິທີເຊັນມອບ-ຮັບໜ້າທີ່ລະຫວ່າງ ທ່ານ ແກ້ວນະຄອນ ໄຊສຸຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ(ຜູ້ເກົ່າ) ແລະ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ.
ໃນຕອນທ້າຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ມີຄໍາເຫັນໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານຂອງກົມເຕັກໂນໂລຊີດິຈິຕ໋ອນທີ່ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານຕະຫຼອດໄລຍະ 1 ປີຜ່ານມາ, ພ້ອມທັງ ໄດ້ເນັ້ນໜັກໃຫ້ກົມສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ແລະ ສຸມໃສ່ການພັດທະນາບຸທະລຸ 2 ວຽກງານຈຸດສຸມໃຫຍ່ຂອງກະຊວງວາງອອກ ກໍຄືການພັດທະນາດ້ານພື້ນຖານໂຄງລ່າງ ແລະ ການພັດທະນາດ້ານຊັບພະຍາກອນມະນຸດ ໃນຂົງເຂດວຽກງານ ເຕັກໂນໂລຊີ ແລະ ການສື່ສານ. ພ້ອມນັ້ນ, ທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ປະກອບສ່ວນຂອງ ທ່ານ ແກ້ວນະຄອນ ໄຊສຸຸລຽນ ຕະຫຼອດໄລຍະທີ່ຜ່ານມາ ທີ່ໄດ້ສ້າງຜົນງານອັນໂດດເດັ່ນໃນຫຼາຍດ້ານໂດຍສະເພາະແມ່ນ ໄລຍະການລິເລີ່ມການນຳໃຊ້ ແລະ ພັດທະນາ ລະບົບຄອມພິວເຕີ, ການພັດທະນາລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ຂອງ ສປປ ລາວ ຊຶ່ງສາມາດຜັນຂະຫຍາຍວຽກງານເຕັກໂນໂລຊີທັນສະໄໝປະກອບສ່ວນເຂົ້າໃນຂົງເຂດວຽກງານຕ່າງໆຈົນມາເຖີງໃນຍຸກປັດຈຸບັນນີ້.

ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ