03/01/2025

ເມື່ອບໍ່ດົນຜ່ານມານີ້ ໂດຍອີງຕາມການເຊື້ອເຊີນຂອງ ຫ້ອງການພົວພັນຕ່າງປະເທດ ລັດຖະບານແຂວງຫູນານ, ສປ ຈີນ ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ເພື່ອຮັດແໜ້ນຄວາມສຳພັນ ແລະ ຖອດຖອນບົດຮຽນກ່ຽວກັບການນຳໃຊ້ ລະບົບດາວທຽມນຳທາງ, ລະບົບດາວທຽມສືບຢັ່ງທາງໄກ ແລະ ການສື່ສານຜ່ານດາວທຽມ.
ໃນໂອກາດການເຄື່ອນໄຫວໃນຄັ້ງນີ້ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສູນຄຸ້ມຄອງອາວະກາດ ສາກົນ ເມືອງເຫວິນຊານ, ແຂວງຫາຍນານ ເປັນສູນຄຸ້ມຄອງການນຳໃຊ້ດາວທຽມ ແລະ ນຳສົ່ງອາວາກາດຂຶ້ນສູ່ວົງໂຄຈອນ, ຢ້ຽມຢາມສູນນຳໃຊ້ດາວທຽມສືບຢັ່ງທາງໄກສຳລັບວຽກງານສຳຫຼວດທີ່ດິນ ແຫ່ງຊາດ, ກະຊວງຊັບພະຍາກອນ ແລະ ທຳມະຊາດ ສປ ຈີນ ແລະ ບໍລິສັດ Beidou Satellite Communication (Beidou Satcom NORINCO) ທີ່ປັກກິ່ງ ຜະລິດຍຸດໂທປະກອນສະໜອງໃຫ້ກອງທັບ, ຢ້ຽມຢາມບໍລິສັດ China Satellite Communication (China Satcom) ເປັນບໍລິສັດທີ່ໃຫ້ບໍລິການເຄືອຂ່າຍວົງໂຄຈອນດາວທຽມ ທີ່ຫຼາຍໃຫ້ບໍລິການທັງພາກພື້ນ ທັງອາຊີປາຊີຟິກ, ເອີຮົບ, ອາຟິກກາ ແລະ ພາກພື້ນອື້ນໆ. ພ້ອມນັ້ນ, ຍັງໄດ້ເດີນທາງໄປຢ້ຽມຢາມ ບໍລິສັດ BDS Micro-Chipset Industrial Development ຂອງ ເມືອງ ສາງຊາ ແຂວງ ຫູນານ ຊຶ່ງເປັນບໍລິສັດຄູ່ຮ່ວມມືໃນການສ້າງສູນຄຸ້ມຄອງ ແລະ ບໍລິການຂໍ້ມູນດາວທຽມແຫ່ງຊາດ ຂອງ ສປປ ລາວ. ຊຶ່ງການ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້ໄດ້ຮັບໝາກຜົນ ແລະ ບົດຮຽນທີ່ດີກ່ຽວກັບວຽກງານການນຳໃຊ້ເຕັກໂນໂລຊີດາວທຽມເຂົ້າໃນວຽກງານຕິພັນໃນຫຼາຍໆຂົງເຂດ ເປັນຕົ້ນແມ່ນ ຕິດຕາມການສຳຫຼວດບໍ່ແຮ່, ສຳຫຼວດແຮງດັນນ້ຳ, ໄພພິບັດ, ຄວາມປອດໄພ ແລະ ການສື່ສານ...