ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ່ III ຂອງໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ

09/01/2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ່ III ຂອງໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ

ໃນຕອນເຊົ້າຂອງວັນທີ 08 ມັງກອນ 2024, ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ​ (ກຕສ) ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ່ III ຂອງໜ່ວຍພັກຮາກຖານຂອງຕົນຂຶ້ນ, ທີ່ຫ້ອງປະຊຸມ ສູນອິນເຕີເນັດແຫ່ງຊາດ, ກຕສ. ໂດຍການເປັນປະທານຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ປະທານກວດກາພັກ, ຮອງລັດຖະມົນຕີ ກຕສ, ສະຫາຍ ເຄນທອງ ແພງວົງສາ, ກຳມະການໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ມີບັນດາສະຫາຍຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ,  ເລຂາຫນ່ວຍພັກຮາກຖານ, ຄະນະພັກຮາກຖານອ້ອມຂ້າງກະຊວງ, ບັນດາສະຫາຍສະມາຊິກພັກພາຍໃນກົມ ແລະ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລາຄາການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວ ນໍາພາ-ຊີ້ນໍາ ຂອງ ໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໃນໄລຍະ 5 ປີຜ່ານມາ (2020-2024) ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ (2025-2030). ພ້ອມທັງປະກອບຄຳຄິດຄຳເຫັນ ແລະ ເຫັນດີຮັບຮອງເອົາບົດລາຍງານການເມືອງ. ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດ ດັ່ງນີ້: ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງຄົ້ນຄ້ວາເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງໜ່ວຍພັກຮາກຖານ ກົມຈັດຕັ້ງ ແລະ ພະນັກງານໃຫ້ເລິກເຊິ່ງ, ຫັນເປັນທິດທາງແຜນການ, ພ້ອມທັງນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໃຫ້ແທດເຖິງຕົວຈິງ ແລະ ມີປະສິດທິຜົນ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າຂອງຄະນະໜ່ວຍພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ເອົາໃຈໃສ່ບຳລຸງ-ກໍ່ສ້າງສະມາຊິກພັກ, ພະນັກງານ ທິດສະດີການເມືອງ-ການປົກຄອງ ແລະ ດ້ານວິຊາສະເພາະ, ປັບປຸງລະບອບແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ປະຕິບັດຕາມຫຼັກການລວມສູນປະຊາທິ ປະໄຕຢ່າງເຂັ້ມງວດ, ຈັດກອງປະຊຸມສ່ອງແສງປະຈໍາເດືອນເປັນປົກກະຕິ, ມີການຕິດຕາມກວດກາຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ໃນແຕ່ລະໄລຍະຢ່າງມີຈຸດສຸມ, ມີການຕີລາຄາປະເມີນຜົນ ແລະ ລາຍງານສະພາບ ຢ່າງເປັນປົກກະຕິ, ເພີ່ມທະວີ ນຳພາ-ຊີ້ນຳ ອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງແຕ່ລະອົງການຈັດຕັ້ງ, ສົ່ງເສີມໃຫ້ມີການປະກອບ ສ່ວນເຂົ້າຂະບວນການປັບປຸງກໍ່ສ້າງພັກ ຕິດຕາມກວດກາພັກ, ຊຸກຍູ້ສົ່ງເສີມຂະບວນແຂ່ງຂັນຮັກຊາດພັດທະນາໃຫ້ເຂັ້ມແຂງ ເພື່ອແນໃສ່ປຸກລະດົມຂະບວນການມະຫາຊົນ.

ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້. ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງ ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ເລືອກຕັ້ງເອົາ ສະຫາຍ ມະໂນທອງ ວົງລໍຄຳ ເປັນເລຂາໜ່ວຍພັກ, ສະຫາຍ ເຄນທອງ ແພງວົງສາ ຮອງເລຂາໜ່ວຍ ແລະ ສະຫາຍ ສີອາລຸນ ທຳມະວົງສາ ກຳມະການໜ່ວຍ, ປະທານກວດກາພັກ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກຕສ, ມີຜູ້ລົງສະໝັກເລືອກຕັ້ງທັງໝົດ 25 ສະຫາຍ, ເລືອກໄດ້ຜູ້ແທນສົມບູນ 10 ສະຫາຍ, ຍິງ 04 ສະຫາຍ ແລະ ຜູ້ແທນສໍາຮອງ 01 ສະຫາຍ, ຍິງ 01 ສະຫາຍ.

ຕອນທ້າຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ. ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວວຽກງານຂອງຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໃນໄລຍະຜ່ານມາ ເເລະ ເຫັນດີ ເປັນເອກະພາບ ຕໍ່ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຮາກຖານ ຊຸດເກົ່າ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຄະນະໜ່ວຍພັກ ທີ່ຍາດມາໄດ້ໃນໄລຍະຜ່ານມາ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ, ມະຕິກອງ ປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຕົນ ຊຶ່ງສາມາດຍາດໄດ້ຜົນງານໃນຫຼາຍດ້ານ. ຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຕີລາຄາສູງຕໍ່ ການນໍາພາ-ຊີ້ນໍາ ກໍ່ຄືຜົນສໍາເລັດທີ່ຍາດມາໄດ້ ຂອງຄະນະໜ່ວຍພັກ, ຄະນະນໍາ ກໍຄື ຂອງບັນດາສະຫາຍສະມາຊິກພັກ, ພະນັກງານກົມຈັດຕັ້ງ ແລະ ພະນັກງານ ໃນການປະຕິບັດໜ້າທີ່ການເມືອງຕາມພາລະບົດບາດຂອງຕົນ, ເຊິ່ງສາມາດເຫັນໄດ້ ດ້ານດີ ແລະ ຜົນສໍາເລັດ ທີ່ຕ້ອງເສີມຂະຫຍາຍ, ທັງເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂ. ທັງໝົດນັ້ນ, ເປັນການປະກອບສ່ວນສໍາຄັນ ເຂົ້າໃນການປັບປຸງ, ກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃນວຽກງານກໍ່ສ້າງພັກ, ພະນັກງານ ເທື່ອລະກ້າວ. ພ້ອມນີ້, ສະຫາຍ ໄດ້ເນັ້ນຕື່ມ ໃຫ້ຄະນະໜ່ວຍພັກຊຸດໃໝ່, ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງ, ບືນຕົວຍົກລະດັບຄວາມຮູ້-ຄວາມສາມາດ, ກ້າຫານ, ກ້າຮັບຜິດຊອບ, ອົດທົນ, ເສຍສະຫຼະ, ປະດິດສ້າງ ແລະ ເຄື່ອນໄຫວ ສອດຄ່ອງຕາມພາລະບັດບາດຂອງຕົນ, ຊື່ສັດ, ໂປ່ງໃສ ແລະ ຍຸຕິທໍາ, ເດັດຂາດ ສະກັດກັ້ນ ການສວຍໃຊ້ສິດ, ໜ້າທີ່ເພື່ອສ້າງອໍານາດອິດທິພົນ ຫຼື ມີການແອບແຝງດ້ານຜົນປະໂຫຍດ ອັນຈະສ້າງຄວາມເສຍຫາຍ ຕໍ່ບົດບາດການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ກໍ່ຄື ກະທົບຕໍ່ຄວາມເຊື່ອຖື ໄວ້ວາງໃຈຂອງສັງຄົມຕໍ່ພັກ-ລັດເຮົາ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ