ທີມບານເຕະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມການແຂ່ງຂັນເປັນນັດທໍາອິດຢູ່ເດີ່ນບານ ລ້ານຊ້າງສະເຕດຽມ

27/01/2025

ທີມບານເຕະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມການແຂ່ງຂັນເປັນນັດທໍາອິດຢູ່ເດີ່ນບານ ລ້ານຊ້າງສະເຕດຽມ

ໃນວັນທີ 24 ມັງກອນ 2025 ຜ່ານມານີ້, ທີມກິລາບານເຕະຊາຍ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ, ກຕສ) ໄດ້ເຂົ້າຮ່ວມການແຂ່ງຂັນເປັນນັດທໍາອິດ ກິລາບານເຕະ ຊິງຂັນສະຫາຍເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ Lao Youth Union Cup ປະຈຳປີ 2024, ຢູ່ເດີ່ນບານ ລ້ານຊ້າງສະເຕດຽມ. ໂດຍການນຳພາຂອງ ສະຫາຍ ບຸນສັກດາ ພົມສະຫວັນ ກຳມະການ ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 25 ສະຫາຍ. ໃນນັ້ນປະກອບມີ ຄະນະຮັບຜິດຊອບຄູຝືກ ແລະ ນັກກິລາ ມີ: ສະຫາຍ ບຸນສັກດາ ພົມສະຫວັນ, ສະຫາຍ ສົມພາວັນ ຫລວງດາລັງສີ, ສະຫາຍ ບຸນຖອງ ສິດລາກອນ ແລະ ສະຫາຍ ວິພຣະສະຫວັນ ແກ້ວສຸວັນ, ຄູຝຶກມີ: ສະຫາຍ ໃຈ ພົມມະທັດ, ສະຫາຍ ສາຍສະໜອນແກ້ວ ຫຼວງເສນາ, ສະຫາຍ ທຳມະລັດ ວົງພັກດີ ແລະ ສະຫາຍ ແກ້ວພູຊອນ ພັນດາລາ, ນັກກິລາຕົວຈິງ 11 ສະຫາຍ ມີ: ສະຫາຍ ປະເສີດສັກ ສຸລິຍະວົງ (ຫົວໜ້າທີມ C ນໍ້າເບີ 20), ສະຫາຍ ເພັງພະຈັນ ຫລວງລາດ (ນັກຮັບ ນໍ້າເບີ 1), ສະຫາຍ ວັງນະຄອນ ວັດຕະໂສ (ກອງໜ້າ ນໍ້າເບີ 7), ສະຫາຍ ວຽງສະຫວັນ ຫຼວງວິໄລ (ກອງກາງ ນໍ້າເບີ 18), ສະຫາຍ ໄຊນະຄອນວຽງ ວົງດາລາແສນ (ກອງຫຼັງ ນໍ້າເບີ 2), ສະຫາຍ ສຸພາກອນ ບຸນນະດີ (ກອງກາງ ນໍ້າເບີ 14), ສະຫາຍ ວິລະໄຊ ໄຊສິດ (ກອງກາງ ນໍ້າເບີ 23), ສະຫາຍ ສຸລິວັນ ລາດຊະຈັກ (ກອງຫຼັງ ນໍ້າເບີ 16), ສະຫາຍ ຄໍາຜາຍ ອິນທະຣາ (ກອງໜ້າ ນໍ້າເບີ 5), ສະຫາຍ ຄໍາປະສົງ ຊາພັກດີ (ກອງຫຼັງ ນໍ້າເບີ 19) ແລະ ສະຫາຍ ພົງສະຫວັນ ຫຼ້າມີໄຊ (ກອງກາງ ນໍ້າເບີ 17).

ໃນການແຂ່ງຂັນຮອບທໍາອິດແມ່ນ ທີມກິລາຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພົບກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ເຊິ່ງຜົນການແຂ່ງຂັນ ແມ່ນທີມຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເອົາຊະນະ 6:0 ປະຕູ ເຊິ່ງເຄິ່ງເວລາທໍາອິດແມ່ນ ສະຫາຍ ພົງສະຫວັນ ຫລ້າມີໄຊ ຍິງຂຶ້ນນໍາປະຕູທໍາອິດ, ສະຫາຍ ປະເສີດສັກ ສຸລິຍະວົງ ຍິງປະຕູທີສອງ, ສະຫາຍ ວັງນະຄອນ ວັດຕະໂສ ຍິງປະຕູທີສາມ. ເຄິ່ງເວລາທີ 2 ແມ່ນສະຫາຍ ວັງນະຄອນ ວັດຕະໂສ ຍິງປະຕູທີສີ່, ສະຫາຍ ພູມີພົນ ວຸດທິຈັນທະເດດ ຍິງປະຕູທີຫ້າ ແລະ ສະຫາຍ ພູມປະເສີດ ສີວົງໄຊ ຍິງປະຕູທີຫົກ. ສົມດັ່ງຄຳຂວັນທີ່ວ່າ: ‘‘ຫັນວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໃຫ້ກາຍເປັນອຸດສາຫະກໍາ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຍືນຍົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ “
 

ໃນການສ້າງຂະບວນການ ໃຫ້ມີຄວາມສາມັກຄີ ແລະ ຄວາມສຳຄັນໃນຄັ້ງນີ້ ກໍເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມ ທົ່ວປະເທດ ຄັ້ງທີ IX ກໍຄື ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ນີ້. ພ້ອມທັງຂໍເຊີນຊວນພະນັກງານ ແລະ ສະມາຊິກ ຊາວໝູ່ມຂຶ້ນກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຮັບຊົມຮັບເຊຍໃນຄັ້ງຕໍ່ໄປດັ່ງລາຍລະອຽດລຸ່ມນີ້::

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ