ທ່ານ ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ຜູ້ອໍານວຍການອົງການ ຮ່ວມມືສາກົນ ສ. ເກົາຫລີ (KOICA)

28/01/2025

ທ່ານ ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ຜູ້ອໍານວຍການອົງການ   ຮ່ວມມືສາກົນ ສ. ເກົາຫລີ (KOICA)

ໃນວັນທີ 22 ມັງກອນ 2025 ຜ່ານມານີ້, ທີ່ຫ້ອງຮັບແຂກຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Myungjin KIM, ຜູ້ອໍານວຍການອົງການ ຮ່ວມມືສາກົນ ສ.ເກົາຫລີ (KOICA) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ ໃນນາມຜູ້ອໍານວຍການ ອົງການຮ່ວມມືສາກົນ ສ. ເກົາຫຼີ.

ໂອກາດດັ່ງກ່າວ, ທ່ານ ນາງ Myungjin KIM, ຜູ້ອໍານວຍການອົງການ KOICA ປະຈໍາ ສປປ ລາວ ໄດ້ ລາຍງານຄວາມຄືບໜ້າຜົນການສືກສາ ເກັບກໍາຂໍ້ມູນ ໃນການປະເມີນໂຄງການຂໍການຊ່ວຍເຫຼືອລ້າ ໃນການສ້າງສູນຝຶກອົບຮົມລັດຖະບານດິຈິຕອນ ( Establishment of Digital-Human Resources Development (D-HRD) Center for Enhancing Digital Capacity of  Public Officials  in Lao PDR) ຊຶ່ງສະເໜີໂຄງການໂດຍ ສູນບໍລິຫານລັດດິຈິຕອນ ທີ່ຈະຖືກພິຈາລະນາເພື່ອຈັດຕັ້ງປະຕິບັດໃນສົກປີ 2025-2029. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອພັດທະນາລະບົບການຮຽນ, ສ້າງຕຶກອາຄານ ແລະ ສ້າງເປັນສູນຝືກອົບຮົມວຽກງານດິຈິຕອນ ແລະ ເຕັກໂນໂລຊີທັນສະໄໝ ແບບຄົບວົງຈອນໃຫ້ແກ່ພະນັກງງານພາກລັດ. ທ່ານຜູ້ອໍານວຍການອົງການ KOICA ປະຈໍາ ສປປ ລາວ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບການສະໜັບສະໜູນ ການຮ່ວມມື ໃນໄລຍະຜ່ານມາຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

 

ພ້ອມນີ້, ທ່ານ ແກ້ວວີສຸກ ໂສລະພົມ ກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກັບຜົນສໍາເລັດ ແລະ ການປະກອບສ່ວນ ໃນການພັດທະນາວຽກງານດິຈິຕອນ ກໍຄືການປະກອບສ່ວນພັດທະນາ ເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ຂອງ ທ່ານ ຜູ້ອໍານວຍການ  ອົງການ ຮ່ວມມືສາກົນ ສ. ເກົາຫຼີ ໃນຕະຫຼອດໄລຍະເວລາ 3 ປີ ໃນການດໍາລົງຕໍາແໜ່ງ ພ້ອມໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນວຽກງານການຫັນເປັນດິຈິຕອນ ແລະ ການສ້າງທັກສະ. ພ້ອມນັ້ນ, ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ອວຍພອນແດ່ ທ່ານ ນາງ  Myungjin KIM ໃນບົດບາດ ແລະ ໜ້າທີໃໝ່ ທີຈະໄດ້ຮັບພາຍຫຼັງສໍາເລັດພາລະກິດທີ ສປປ ລາວ.  

ຂ່າວ: ສູນບໍລິຫານລັດດິຈິຕອນ

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ