ກອງປະຊຸມສະຫຼຸບວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025

28/01/2025

ກອງປະຊຸມສະຫຼຸບວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ   ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025

ໃນວັນທີ 23 ມັງກອນ 2025 ຜ່ານມາ, ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ  ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ມີ ທ່ານ ບັນດິດ ສຈ. ບໍ່ວຍງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ ຄຄອຊ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ບັນດາທ່ານຮອງເຈົ້າແຂວງ/ນະຄອນຫຼວງ, ບັນດາທ່ານຈາກ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນ ກະຊວງ, ອົງການ, ແຂວງ, ນະຄອນຫຼວງ ທົ່ວປະເທດ 230 ກວ່າທ່ານ (ເຂົ້າຮ່ວມແບບເຊິ່ງໜ້າ 70 ກວ່າທ່ານ ແລະ ຜ່ານລະບົບກອງປະຊຸມທາງໄກ 160 ກວ່າທ່ານ).

ໃນກອງປະຊຸມ, ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ຜ່ານຂຶ້ນລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025. ຈາກນັ້ນ ທ່ານ ນ. ວິລະສະຕີ ສົມບູນຂັນ, ຫົວໜ້າກົມປະຊາສໍາພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຂຶ້ນລາຍງານສະພາບການຄຸ້ມຄອງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໃນສື່ສັງຄົມອອນລາຍທີ່ຜ່ານມາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ.

ໃນໄລຍະຜ່ານມາ ຄຄອຊ ໄດ້ເອົາໃຈໃສ່ໃນວຽກງານການເມືອງແນວຄິດ ໂດຍໃຫ້ ຄຄອຊ ແຕ່ລະຂັ້ນ, ບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ ຂັ້ນສູນກາງ, ບັນດາແຂວງ, ນະຄອນຫຼວງ ໄດ້ເປັນເຈົ້າການຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ສະໜອງຂໍ້ມູນທາງການທີ່ຖືກຕ້ອງ ເພື່ອຕອບຕ້ານຫາງສຽງທີ່ບໍ່ດີ, ບັນດາຂ່າວປອມ, ຂ່າວບິດເບືອນ ຕິດພັນກັບຂະແໜງການຂອງຕົນ ຕາມການຊີ້ນຳຂອງອົງຄະນະພັກແຕ່ລະຂັ້ນ ຢ່າງທັນການ, ຄຽງຄູ່ກັບການປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານຕອບໂຕ້ຂ່າວບໍ່ຖືກຕ້ອງ, ຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ, ພ້ອມທັງສະໜອງຂໍ້ມູນ, ຕອບຄຳຖາມ ຂໍ້ຂ້ອງໃຈ, ຊີ້ແຈງບັນຫາຕ່າງໆຂອງສັງຄົມ ທີ່ຕິດພັນກັບແຕ່ລະພາກສ່ວນ. ໃນໄລຍະຜ່ານມາ ຄະນະຈຸດປະສານງານບາງພາກສ່ວນ ໄດ້ເອົາໃຈໃສ່ປະສານງານ ແລະ ສະໜອງຂໍ້ມູນ ຢ່າງເອົາຈິງເອົາຈັງ, ສາມາດຊີ້ແຈງ ແກ້ໄຂບັນຫາທີ່ເກີດຂຶ້ນໃນຂະແໜງການ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ໄດ້ທັນການ, ເຮັດໃຫ້ສັງຄົມມີຄວາມເຂົ້າໃຈ. ແຕ່ຍັງມີບາງພາກສ່ວນ ທີ່ຍັງບໍ່ສາມາດແກ້ໄຂໄດ້ທ່ວງທັນ ຈົນກາຍເປັນຫາງສຽງສັງຄົມໃນວົງກວ້າງ.  ຫຼາຍພາກສ່ວນໃນ ຄຄອຊ ໄດ້ສຳເລັດການສ້າງ ແລະ ປັບປຸງ ບັນດານິຕິກຳ ທີ່ຕິດພັນກັບວຽກງານຄຸ້ມຄອງອິນເຕີເນັດ, ຄວາມປອດໄພທາງອິນເຕີເນັດ, ການພັດທະນາດ້ານໄອຊີທີ ແລະ ດິຈິຕອນ, ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ໃນໂອກາດດຽວກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ສະພາບການພົ້ນເດັ່ນທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍ ພ້ອມທັງວິທີການແກ້ໄຂບັນຫາ ຂອງບັນດາກະຊວງ, ອົງການ, ແຂວງ/ນະຄອນຫຼວງ, ແລະ ຮ່ວມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດ ພາຍໃນປະເທດມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນຳ ຕໍ່ກັບການສະຫຼຸບລາຍງານ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ, ການກຳນົດ ບັນດາເປົ້າໝາຍ ທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງໄດ້ຄຸ້ມຄອງ ແລະ ພັດທະນາ, ເຊິ່ງຈະຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕິດພັນກັບ 2 ວາລະແຫ່ງຊາດ, ໂດຍສະເພາະ ແມ່ນການຊຸກຍູ້ ການສ້າງຕັ້ງ ແລະ ປັບປຸງ ຄະນະກຳມະການຄຸ້ມຄອງອິນເຕີເນັດ ໃນແຕ່ລະຂັ້ນ ພ້ອມທັງເອົາໃຈໃສ່ສ້າງຄວາມເຂັ້ມແຂງ, ຄວາມຄ່ອງຕົວ ໃຫ້ແກ່ສາຍໄຍ ແລະ ຂອດການປະສານງານ ໄດ້ຢ່າງທົ່ວເຖິງໃນທົ່ວປະເທດ, ເພີ່ມທະວີຂອດປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຄຸ້ມຄອງ, ຕິດຕາມ ກວດກາ, ເຝົ້າລະວັງ ແລະ ຕອບຕ້ານຫາງສຽງບໍ່ດີ, ຂໍ້ມູນຂ່າວສານທີ່ບໍ່ຖືຕ້ອງເທິງອິນເຕີເນັດ ໃຫ້ມີຄວາມວ່ອງໄວ ທັນການ. ພ້ອມດຽວກັນນັ້ນ, ກໍຕ້ອງໄດ້ສ້າງກົນໄກປະສານງານກັບບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຊິ່ງເປັນຜູ້ຮັບຜິດຊອບໂດຍກົງ ຕໍ່ກັບຂໍ້ມູນຜູ້ຊົມໃຊ້ ແລະ ໂຄງລ່າງພື້ນຖານເຊື່ອມຕໍ່ເຂົ້າເຖິງຂໍ້ມູນເທິງອິນເຕີເນັດ, ເພື່ອໃຫ້ການປະຕິບັດມາດຕະການຕ່າງໆໄດ້ຢ່າງວ່ອງໄວ ທັນສະພາບການ. ໃນດ້ານນິຕິກຳ ແມ່ນຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງ ບັນດານິຕິກຳ ໃຫ້ສອດຄ່ອງກັບສະພາບການໃໝ່ ແລະ ເຕັກໂນໂລຊີ ວິທີການໃໝ່ ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ, ພ້ອມທັງສຸມໃສ່ສ້າງຍຸດທະສາດຄວາມປອດໄພໄຊເບີ ແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການ ໃນແຕ່ລະໄລຍະ. ທ່ານຍັງໄດ້ຊີ້ນຳໃຫ້ເລັ່ງແກ້ໄຂ ບັນຫາຫຍໍ້ທໍ້ ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເປັນຕົ້ນ ອາສະຍາກໍາ ແລະ ການຕົວະຍົວະຫຼອກຫຼວງຜ່ານລະບົບອິນເຕີເນັດ, ຜ່ານແກ໋ງຄອນເຊັນເຕີ; ການຮົ່ວໄຫຼຂໍ້ມູນສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນດາສື່ ແລະ ເວັບໄຊ້ ລາມົກອານາຈານ, ບັນຫາ ເກມ-ການພະນັນ, ຄາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າປະເວນີ, ການຄ້າຢາເສບຕິດຜ່ານທາງອອນລາຍຕ່າງໆ ເພື່ອເຮັດໃຫ້ສະພາບແວດລ້ອມອິນເຕີເນັດ ຂອງ ສປປ ລາວ ມີຄວາມປອດໄພ.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ