31/01/2025

ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ໜ່ວຍພັກຮາກຖານ ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 29 ມັງກອນ 2025, ທີ່ຫ້ອງປະຊຸມຊັ້ນ 02 ຂອງສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ສົມພອນ ສີຫາລາດ ເລຂາໜ່ວຍພັກຮາກຖານ ກົມຄື້ນຄວາມຖີ່ວິທະຍຸສື່ສານ, ມີຄະນະພັກຮາກຖານ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກ ເຂົ້າຮ່ວມ 50 ກວ່າ ສະຫາຍ.
ສະຫາຍ ສົມພອນ ສີຫາລາດ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມນັ້ນ ຄະນະໜ່ວຍພັກກໍໄດ້ຜ່ານບົດລາຍງານການເມືອງ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນໄລຍະໃໝ່ ໃຫ້ປາກົດຜົນເປັນຈິງ. ໃນໄລຍະ 5 ປີ ຜ່ານມາ ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ເອົາໃຈໃສ່ປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີ່ການເມືອງຂອງຕົນ ໃນການປັບປຸງ, ກໍ່ສ້າງບຸກຄະລາກອນພາຍໃນໜ່ວຍພັກ. ຈັດຕັ້ງນໍາພາວຽກງານຮອບດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນພາຍໃນພັກ, ກໍ່ສ້າງພັກ ນຳພາ-ຊີ້ນຳ ວຽກງານອົງການຈັດຕັ້ງມະຫາຊົນພາຍໃນກົມ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ກ່ຽວກັບ ວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຕໍາແໜ່ງວົງໂຄຈອນດາວທຽມ. ຈາກນັ້ນ, ກໍໄດ້ຜ່ານບົດສໍາຫຼວດການນໍາພາລວມ ພ້ອມທັງກ່າວອໍາລາໜ້າທີ່.
ໂອກາດດັ່ງກ່າວ, ບັນດາສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງຮັບສະໝັກ 05 ສະຫາຍ, ເລືອກໄດ້ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ສົມພອນ ສີຫາລາດ ເປັນເລຂາໜ່ວຍພັກ, ສະຫາຍ ປອ. ວິທະຍາ ໄຊວິສິດ ຮອງເລຂາໜ່ວຍພັກ ແລະ ສະຫາຍ ມອນສິລິ ດວງມະນີ ເປັນກຳມະການ, ທັງເປັນປະທານກວດກາ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ຊຶ່ງເລືອກໄດ້ຜູ້ແທນສົມບູນ 07 ສະຫາຍ, ຍິງ 01 ສະຫາຍ ແລະ ຜູ້ແທນສໍາຮອງ 02 ສະຫາຍ.
ຕອນທ້າຍ, ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ພ້ອມທັງສະແດງຄວາມເປັນຫ່ວງເປັນໄຍ ທັງໃຫ້ຄວມສໍາຄັນ ຕໍ່ວຽກງານການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ ຊຶ່ງເປັນໃຈກາງ-ເປັນເສນາທິການ ນໍາພາ-ຊີ້ນໍາ ຂອງອົງຄະນະພັກກະຊວງ ເພື່ອຕອບສະໜອງຕໍ່ການນໍາພາ ກໍຄື ການປັບປຸງ, ກໍ່ສ້າງພັກ ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໃນສະພາບເງື່ອນໄຂໃໝ່ນີ້. ສະຫາຍຍັງໄດ້ເນັ້ນໜັກໃຫ້ ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກົມ, ຕ້ອງສະດຸ້ງໄວ ແລະ ປະດິດສ້າງ, ເພື່ອຕອບຕ້ານຖ້ອຍທໍານອງ, ການໃສ່ຮ້າຍປ້າຍສີຂອງຜູ້ທີ່ບໍ່ຫວັງດີ ຕໍ່ປະເທດຊາດຂອງພວກເຮົາໃນທຸກຮູບແບບ, ສ້າງໃຫ້ໜ່ວຍພັກເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໝ້ນ ຢ່າງແທ້ຈິງ ແລະ ເຮັດໃຫ້ ການຄຸ້ມຄອງ-ການບໍລິຫານລັດ ມີຄວາມໂປ່ງໃສ, ແກ້ໄຂບຸກຄົນທີ່ສວຍໂອກາດສໍ້ລາດບັງຫຼວງ ກໍຄືຜູ້ລະເມີດຕໍ່ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງເດັດຂາດ, ເຂັ້ມງວດ.