13/02/2025
ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມສອງເອກະສານສໍາຄັນ ຄື: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 09 ສະໄໝທີ XI ແລະ ເອກະສານຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX. ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ກຸມພາ 2025 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ, ມີຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຮອງລັດຖະມົນຕີ, ກໍາມະການພັກກະຊວງ, ເລຂາຮາກຖານ/ໜ່ວຍພັກ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວກະຊວງ ເຂົ້າຮ່ວມ 250 ກວ່າສະຫາຍ.


ໃນພິທີ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຜີຍແຜ່ເອກະສານ ຜົນສໍາເລັດກອງປະຊຸມໃຫຍ່ຄົບຄະນະ ຄັ້ງທີ 3 ຂອງກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ຊຶ່ງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ຜົນສໍາເລັດກອງປະຊຸມດັ່ງກ່າວ ເພື່ອໃຫ້ສະມາຊິກພັກ-ພະນັກງານ ພາຍໃນກະຊວງ ໄດ້ຄົ້ນຄວ້າເຊື່ອມຊຶມເພື່ອປະຕິບັດເຂົ້າໃນໜ້າທີ່ການເມືອງຂອງຕົນໃນຕໍ່ໜ້າ. ໂອກາດດຽວກັນ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ໃຫ້ກຽດເຜີຍແຜ່ເອກະສານ ມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງ ຄະນະບໍລິຫານສູນກາງພັກ ສະໄໝທີ XI ຊຶ່ງໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2024 ແລະ ທິດທາງ, ແຜນການ ປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ກອງປະຊຸມ ໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດພື້ນຖານ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຕ່າງໆຂອງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ເປັນຕົ້ນ.
ໃນວາລະກອງປະຊຸມ, ສະຫາຍ ມະໂມທອງ ວົງລໍຄຳ ເລຂາໜ່ວຍພັກ, ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດແຕ່ງຕັ້ງ ໜ່ວຍພັກຮາກຖານສູນຂໍ້ມູນແຫ່ງຊາດ, ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງບົ່ງໂຕເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ກຳມະການໜ່ວຍພັກ ຂອງໜ່ວຍພັກຮາກຖານສູນຂໍ້ມູນແຫ່ງຊາດ ແລະ ຂໍ້ຕົກລົງ ວ່າດ້ວຍການສັບຊ້ອນພະນັກງານພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ຈໍານວນໜຶ່ງ.




