13/02/2025
ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2025 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 01 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະສູນ, ຄະນະພະແນກ ແລະ ພະນັກງານພາຍໃນ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມຈໍານວນ 30 ກວ່າທ່ານ.

.jpeg)
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ, ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ຊຶ່ງຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປືກສາຫາລື, ຮັບຟັງການລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈໍາປີ 2024 ແລະ ປຶກສາຫາລື ຕີລາຄາປະກອບຄໍາເຫັນຕໍ່ທິດທາງແຜນການປີ 2025 ຂອງ ສູນບໍລິຫານລັດດິຈິຕອນ ເພື່ອໃຫ້ວຽກງານບໍລິຫານ ແລະ ບໍລິການລັດແບບດິຈິຕອນສາມາດຂະຫຍາຍຕົວໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບຄວາມຕ້ອງການຂອງພາກລັດ.
.jpeg)
.jpeg)
ໃນກອງປະຊຸມ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງສູນບໍລິຫານລັດດິຈິຕອນ ຊຶ່ງສະແດງໃຫ້ເຫັນວ່າ: ໃນໄລຍະຜ່ານມາ ອ້າຍນ້ອງພະນັກງານພາຍໃນສູນມີແນວຄິດການເມືອງໜັກແໜ້ນ, ມີຄວາມສາມັກຄີ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ອັນເຮັດໃຫ້ວຽກງານຂອງສູນ ສຳເລັດຕາມແຜນການ ແລະ ຫຼາຍອັນສຳເລັດລື່ນແຜນການ. ພ້ອມນັ້ນ, ຕາງໜ້າແຕ່ລະພະແນກ ກໍໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງຕົນໃນໄລຍະ 01 ປີຜ່ານມາ ລວມທັງຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ. ພ້ອມນັ້ນ, ບັນດາຮອງຫົວໜ້າສູນ ກໍໄດ້ຂຶ້ນລາຍງານຫຍໍ້ ແລະ ສະເໜີແຜນການປີ 2025 ເພື່ອໃຫ້ກອງປະຊຸມປະກອບຄຳເຫັນ ເປັນເອກະພາບກັນ.
.jpeg)
.jpeg)
ໃນຕອນທ້າຍ, ທ່ານປະທານກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍ ພ້ອມທັງຍົກໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ຄະນະນໍາກະຊວງ ຕໍ່ວຽກງານຂອງສູນ ກໍຄື ຕໍ່ການພັດທະນາວຽກງານການບໍລິຫານ ແລະ ບໍລິການລັດແບບດິຈິຕອນ ທີ່ເປັນວຽກງານໜຶ່ງໃນສາມເສົາຄ້ຳການຫັນເປັນດິຈິຕອນ ຂອງ ສປປ ລາວ ແລະ ເປັນຈຸດສຸມສຳຄັນ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ. ທ່ານຍັງໄດ້ຊີ້ນໍາຢ່າງເລິກເຊິ່ງ ແລະ ໃຫ້ເອົາໃຈໃສ່ຕໍ່ວຽກງານການພັດທະນາບັນດາລະບົບບໍລິຫານ ແລະ ບໍລິການລັດແບບດິຈິຕອນ, ສ້າງ ແລະ ປັບປຸງບັນດານະໂຍບາຍ, ນິຕິກໍາ ເພື່ອຊຸກຍູ້ ແລະ ສົ່ງເສີມການນໍາໃຊ້ບັນດາລະບົບຕ່າງໆ ທີ່ຖືກພັດທະນາມາແລ້ວໃຫ້ສອດຄ່ອງ ແລະ ສາມາດຂະຫຍາຍການນຳໃຊ້ໄດ້ຢ່າງກວ້າງຂວາງ. ພ້ອມນີ້ ຍັງໄດ້ເນັ້ນໜັກໃຫ້ຄະນະສູນ ຕະຫຼອດເຖິງສະມາຊິກພາຍໃນສູນ ໃຫ້ເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງ, ບືນຕົວຍົກສູງລະດັບຄວາມຮູ້-ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍຄື ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ອົດທົນ, ເສຍສະຫຼະ, ປະດິດສ້າງເພື່ອໃຫ້ວຽກງານບໍລິຫານ ແລະ ບໍລິການລັດແບບດິຈິຕອນພົ້ນເດັ່ນ ແລະ ເປັນຕົວຂັບເຄື່ອນການຫັນເປັນທັນສະໄໝແບບດິຈິຕອນ ຂອງ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ປິດໃນເວລາ 12:00 ໂມງ ຂອງວັນດຽວກັນ.
.jpeg)
.jpeg)
.jpeg)
.jpeg)
.jpeg)


