13/02/2025
ໃນວັນທີ 06 ກຸມພາ 2025 ຜ່ານມານີ້, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອາເລັກຊັນເດີ ເກຣເມີ (Alexander Kremer) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ກໍເພື່ອນໍາສະເໜີກ່ຽວກັບການສຶກສາພື້ນຖານລັດຖະບານດິຈິຕອນ ຢູ່ ສປປ ລາວ ແລະ ຂໍທິດຊີ້ນໍາໃນວຽກງານດັ່ງກ່າວ, ພ້ອມປຶກສາຫາລືດ້ານວິຊາການຮ່ວມກັບ ສູນອິນເຕີເນັດແຫ່ງຊາດ, ກົມຄວາມປອດໄພໄຊເບີ, ກົມເຕັກໂນໂລຊີດິຈິຕອນ, ສູນບໍລິຫານລັດດິຈິຕອນ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອທໍາຄວາມເຂົ້າໃຈກ່ຽວກັບຄວາມພ້ອມ ແລະ ຊ່ອງວ່າງ ໃນພື້ນຖານລັດຖະບານດິຈິຕອນ ເຊັ່ນ: ສູນຂໍ້ມູນ/ສິ່ງອຳນວຍຄວາມສະດວກຂອງລະບົບ Cloud computing, ມາດຕະຖານການເຮັດວຽກຮ່ວມກັນ (Interoperability), ລະຫັດດິຈິຕອນ (Digital ID), ການຊໍາລະເງິນ, ລະບົບເຄືອຂ່າຍພາຍໃນ (Intranet), ຄວາມປອດໄພທາງໄຊເບີ ແລະ ອື່ນໆ. ພ້ອມນັ້ນ, ກໍປຶກສາຫາລືດ້ານວິຊາການກັບທີມງານໂຄງການຂອງທະນາຄານໂລກ ຢູ່ນະຄອນຫຼວງວຽງຈັນ ກ່ຽວກັບຄວາມຕ້ອງການສໍາລັບພື້ນຖານຂອງລັດຖະບານດິຈິຕອນ ໃນກິດຈະກໍາທີ່ກ່ຽວຂ້ອງກັບດິຈິຕອນ, ປຶກສາຫາລືບັນຫາ ແລະ ສິ່ງທ້າທາຍຕ່າງໆ ເພື່ອເພີ່ມທະວີການນໍາໃຊ້ພື້ນຖານເຫຼົ່ານີ້ຮ່ວມກັນ.
ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ການຊົມເຊີຍຕໍ່ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ທີ່ເຂົ້າມາສຶກສາລັດຖະບານດິຈິຕອນ ແລະ ພັດທະນາລະບົບເສດຖະກິດ, ສັງຄົມ ຂອງ ສປປ ລາວ, ຊຶ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍພ້ອມໃຫ້ຄວາມຮ່ວມມື ແລະ ປຶກສາຫາລືໃນທຸກດ້ານ.


