18/02/2025
ໃນຕອນເຊົ້າຂອງວັນທີ 12 ກຸມພາ 2025 ຜ່ານມາ, ໜ່ວຍພັກຮາກຖານກົມກວດກາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງໜ່ວຍພັກຮາກຖານຂອງຕົນຂຶ້ນທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກ, ລັດຖະມົນຕີ ກຕສ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກຕສ, ສະຫາຍ ສະກຸນຄໍາ ແກ້ວບຸນຍາສິດ ຮອງປະທານຄະນະກວດກາພັກກະຊວງ, ຮອງເລຂາໜ່ວຍພັກຮາກຖານກົມ, ຮອງຫວໜ້າກົມກວດກາ, ຊຶ່ງມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານອ້ອມຂ້າງກະຊວງ, ບັນດາສະຫາຍສະມາຊິກພັກສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ພາຍໃນໜ່ວຍພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງ ແລະ ປະກອບຄໍາເຫັນ ພ້ອມທັງຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຕີລາຄາການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຮາກຖານກົມກວດກາ ໃນໄລຍະ 3 ປີຜ່ານມາ (2022-2024) ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2025-2030) ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດໄວ້ ຄື: 1) ເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງໃຫ້ໜ່ວຍພັກກົມກວດກາມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນຳພາ ແລະ ປັບປຸງສ້າງໃຫ້ມີກົນໄກແບບແຜນວິທີເຮັດວຽກທີ່ຈະ ແຈ້ງ, ຊັດເຈນ ສາມາດເປັນແກນນຳໃນການນຳພາປະຕິບັດໜ້າທີ່ວຽກງານກວດກາພັກ-ລັດ ໃຫ້ມີປະສິດທິພາບສູງ; 2) ສູ້ຊົນສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 5 ດ້ານ ໃນທຸກໆປີ, ສ້າງສະມາຊິກພັກໃຫ້ໄດ້ປະເພດແຂງ ກວມເອົາ 90% ຂຶ້ນໄປ; 3) ສ້າງພະນັກງານ-ລັດຖະກອນ ໃຫ້ກາຍເປັນພະນັກງານກວດກາອາຊີບທີ່ມີຄຸນນະພາບຫຼາຍຂຶ້ນ ແລະ ນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິພາບ, ປະສິດທິຜົນ ສຳເລັດຕາມກຳນົດເວລາ ແລະ ຄາດໝາຍທີ່ວາງໄວ້; 4) ຄະນະໜ່ວຍພັກ ສຶບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດສະມາຊິກພັກ ໃຫ້ມີແນວຄິດຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ສ້າງໃຫ້ສະມາຊິກພັກມີຄວາມເປັນເອກະພາບ, ມີຄວາມເຊື່ອໝັ້ນ, ແນວທາງປ່ຽນແປງໃໝ່ຂອງພັກຢ່າງໜັກແໜ້ນ, ຢຶດໝັ້ນຈຸດໝາຍກ້າວໄປສູ່ລະບອບສັງຄົມນິຍົມ. ຍົກສູງສະຕິຕື່ນຕົວ ຕໍ່ໃນການນັບຖື ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ.
ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້. ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 04 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ໄດ້ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ນ. ສຸພາລັກ ສີລາເພັດ ເປັນເລຂາໜ່ວຍພັກ, ສະຫາຍ ມັງກອນ ແກ້ວຄໍາດີ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ນ. ບູນສົງ ແກ້ວຈັນມີ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂເປັນຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກຕສ, ມີຜູ້ລົງສະໝັກເລືອກຕັ້ງທັງໝົດ 26 ສະຫາຍ, ເລືອກໄດ້ຜູ້ແທນສົມບູນ 10 ສະຫາຍ, ຍິງ 06ສະຫາຍ ແລະ ຜູ້ແທນສໍາຮອງ 03 ສະຫາຍ, ຍິງ 02 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ຊຶ່ງໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການຕີລາຄາສະພາບການເຄື່ອນໄຫວວຽກງານ ຂອງຄະນະໜ່ວຍພັກ ເເລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຮາກຖານກົມກວດກາ ຊຸດເກົ່າ. ພ້ອມນັ້ນກໍໄດ້ເນັ້ນໜັກໃຫ້ໜ່ວຍພັກ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນບັນດາມະຕິກອງປະຊຸມໃຫຍ່ຂອງພັກ, ກົດລະບຽບ, ມະຕິ, ຄໍາສັ່ງຂອງພັກ ແລະ ກົດໝາຍຂອງລັດ, ໃຫ້ມີທັດສະນະຫຼັກໝັ້ນການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ມີຄວາມສັດຊື່ບໍລິສຸດ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ເພີ່ມທະວີວຽກງານປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ, ເອົາໃຈໃສ່ນໍາພາວຽກງານແຜນການ ແລະ ການເງິນຕາມທິດຊີ້ນໍາ, ພາລະບົດບາດ, ຂອບເຂດສິດຂອງຕົນຢ່າງຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ.
ບົດຂ່າວ: ກົມກວດກາ

