18/02/2025
ວັນທີ 12 ກຸມພາ 2025 ຜ່ານມາ, ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອທາບທາມຄໍາເຫັນໃສ່ຮ່າງເນື້ອໃນຍຸດທະສາດການພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2025-2040, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມ ຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ບັນດາຜູ້ຕາງໜ້າຈາກ ກະຊວງຍຸຕິທຳ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຜນການ ແລະ ການລົງທືນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການເງິນ, ກະຊວງພາຍໃນ, ກະຊວງກະສິກຳ ແລະ ປ່າໄມ້, ທະນາຄານແຫ່ງ ສປປ ລາວ, ຄະນະວິສະວະກຳສາດ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມທັງໝົດ 25 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລະດົມຄໍາຄິດເຫັນໃສ່ຮ່າງເນື້ອໃນຍຸດທະສາດການພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2025-2040 ກ່ອນນຳສະເໜີໃຫ້ກອງປະຊຸມລັດຖະບານພິຈາລະນາໃນກຸມພາ 2025. ໃນວາລະຂອງກອງປະຊຸມ, ຄະນະຮັບຜິດຊອບຄົ້ນຄວ້າໄດ້ສະເໜີຜົນຂອງການຄົ້ນຄວ້າຜ່ານມາ ແລະ ຮ່າງຍຸດທະສາດ ຊຶ່ງປະກອບມີ ທັງໝົດ 4 ພາກ ຄື: 1) ສະພາບລວມ, 2) ວິໄສທັດ ແລະ ຈຸດປະສົງ, 3) ຍຸດທະສາດກ່ຽວກັບວຽກງານໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຕ່ປີ 2025- 2040 (08 ຍຸດທະສາດ ປະກອບມີ: 27 ແຜນງານ, 39 ວຽກຈຸດສຸມ ແລະ 61 ໂຄງການສະໜັບສະໜູນ) ແລະ 4) ວິທີການຈັດຕັ້ງປະຕິບັດ, ການຕິດຕາມ ແລະ ປະເມີນຜົນ.


ໃນໂອກາດນີ້, ຜູ້ເຂົ້າຮ່ວມປະຊຸມໄດ້ພ້ອມກັນປະກອບຄຳເຫັນຕໍ່ດ້ານໂຄງສ້າງ, ດ້ານເນື້ອໃນ ແລະ ວິທີຂຽນໃຫ້ຈະແຈ້ງຂຶ້ນຕື່ມ ເປັນຕົ້ນແມ່ນ ປັບປຸງຄືນບັນດາແຜນງານ, ວຽກຈຸດສຸມ ແລະ ກິດຈະກໍາ ໂຄງການສະໜັບສະໜູນທີ່ນອນໃນ 8 ຍຸດທະສາດ ໂດຍສະເພາະການພັດທະນານິຕິກຳ, ການພັດທະນາບຸກຄະລາກອນທາງດ້ານໂທລະຄົມ, ຊັບພະຍາກອນ, ພື້ນຖານໂຄງລ່າງ, ການດໍາເນີນທຸລະກິດ ແລະ ອື່ນໆ ທີ່ກ່ຽວຂ້ອງກັບວຽກໂທລະຄົມມະນາຄົມ ແລະ ອິນເຕີເນັດ, ການສົ່ງເສີມນະໂຍບາຍທີ່ກະຕຸ້ນການລົງທຶນ. ການປະກອບຄຳຄິດເຫັນດັ່ງກ່າວຈະເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບນຳໄປຄົ້ນຄວ້າ ປັບປຸງຮ່າງຍຸດທະສາດມີຄວາມສົມບູນ, ຮັດກຸມ, ເຂົ້າໃຈງ່າຍ, ຖືກກັບເປົ້າໝາຍ ສາມາດຈັດຕັ້ງປະຕິບັດຢ່າງເປັນເອກພາບ ແລະ ມີປະສິດທິຜົນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາດ້ານເສດຖະກິດສັງຄົມຂອງປະເທດເຮົາ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຫັນເປັນດິຈິຕອນຂອງ ສປປ ລາວ.

ພາບ ແລະ ຂ່າວໂດຍ: ອົງການດັດສົມໂທລະຄົມມະນາຄົມ

