14/03/2025
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 13 ມີນາ 2025, ທີ່ຫ້ອງປະຊຸມໃຫຍ່ ຂອງສູນອິນເຕີເນັດແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກຕສ, ສະຫາຍ ໄຊສືຊາ ອີນສີຊຽງໃໝ່ ຄະນະປະຈໍາພັກກະຊວງ, ສະຫາຍ ຈັນທະວີພອນ ເຄືອບຄຳວອນ ຮອງເລຂາໜ່ວຍພັກຮາກ ຖານກົມໄປສະນີ, ມີເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານທົ່ວອົງຄະນະພັກກະຊວງ ແລະ 3 ອົງການຈັດຕັ້ງມະຫາຊົນກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍສະມາຊິກພັກສົມບູນຂອງໜ່ວຍພັກຮາກຖານເຂົ້າຮ່ວມທັງໝົດ ຈຳນວນ 50 ສະຫາຍ.



ໃນກອງປະຊຸມ, ສະຫາຍ ຈັນທະວີພອນ ເຄືອບຄໍາວອນ ຮອງເລຂາໜ່ວຍພັກຮາກຖານ ກົມໄປສະນີ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ພ້ອມນັ້ນ, ຄະນະໜ່ວຍພັກກໍໄດ້ຜ່ານ “ຮ່າງ” ບົດລາຍງານການເມືອງ ແລະ “ຮ່າງ” ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຮາກຖານກົມໄປສະນີ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ. ໃນໄລຍະ 05 ປີ ຜ່ານມາ ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງກົມ ໃນການປັບປຸງ, ກໍ່ສ້າງບຸກຄະລາກອນພາຍໃນໜ່ວຍພັກ, ຈັດຕັ້ງນໍາພາວຽກງານຮອບດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນພາຍໃນພັກ, ກໍ່ສ້າງພັກ ນໍາພາ-ຊີ້ນໍາ ວຽກງານອົງການຈັດຕັ້ງມະຫາຊົນພາຍໃນກົມ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກກະຊວງກ່ຽວກັບວຽກງານໄປສະນີ ໃຫ້ມີປະສິດທິພາບ ແລະ ປະສິດຜົນສູງ.





ໂອກາດດັ່ງກ່າວ, ບັນດາສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງຮັບສະໝັກ 05 ສະຫາຍ, ເລືອກເອົາ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ຈັນທະວີພອນ ເຄືອບຄໍາວອນ ເປັນເລຂາໜ່ວຍພັກ, ສະຫາຍ ປະສິດ ສີສົມບູນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສຸພາວະດີ ພິລາຄໍາມີ ເປັນກຳມະການ ທັງເປັນປະທານກວດກາ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ຊຶ່ງເລືອກໄດ້ຜູ້ແທນສົມບູນ 08 ສະຫາຍ ແລະ ຜູ້ແທນສໍາຮອງ 02 ສະຫາຍ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ເລຂາຄະນະບໍລິຫານງານພັກກະຊວງ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ພ້ອມທັງສະແດງຄວາມເປັນຫ່ວງເປັນໄຍ ທັງໃຫ້ຄວມສໍາຄັນຕໍ່ວຽກງານໄປສະນີ ຊຶ່ງເປັນໃຈກາງ-ເປັນເສນາທິການ ໃຫ້ອົງຄະນະພັກກະຊວງ ເພື່ອຕອບສະໜອງຕໍ່ການນໍາພາ-ຊີ້ນໍາ ກໍຄື ການປັບປຸງ, ກໍ່ສ້າງພັກຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່. ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກພັກ-ພະນັກງານ ທົ່ວໜ່ວຍພັກຮາກຖານ ກົມໄປສະນີ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຮັດວຽກງານໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນປະຕິວັດລາວໃຫ້ສູງຂຶ້ນເລື້ອຍໆ, ເດັດດ່ຽວຍົກສູງຄວາມຮັບຜິດຊອບຕໍ່ວຽກງານ, ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນ ໃນການຫັນເປັນດິຈິຕອນ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງທີ່ຈະມາເຖິງນີ້ໃຫ້ປາກົດຜົນເປັນຈິງຢ່າງສະຫງ່າງາມ.




ຂ່າວ: ກົມໄປສະນີ

