ພິທີມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ແລະ ກົມກອງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ

18/03/2025

ພິທີມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ແລະ ກົມກອງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ

ວັນທີ 12 ມີນາ 2025 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 05 ຂອງສະຖາບັນເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ແລະ ກົມກອງ ຂອງກະຊວງເຕັກໂນໂລຊີແລະ ການສື່ສານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ. ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນກາໃນຄັ້ງນີ້ໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາຫົວໜ້າ, ຮອງຫົວໜ້າ ກົມ/ທຽບເທົ່າ, ບັນດາຄະນະບໍລິຫານງານຊາວໜຸ່ມ, ເລຂາຮາກຖານ/ໜ່ວຍ ພ້ອມດ້ວຍສະມາຊິກຊາວໜຸ່ມ ພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ