30/04/2025
ເພື່ອສັນລະເສີນຄຸນງາມຄວາມດີ, ຜົນງານ, ວິລະກໍາ, ກຽດຕິຄຸນ ຂອງບັນດາສະມາຊິກພັກ ແລະ ພະນັກງານ ທົ່ວອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ. ໃນຕອນເຊົ້າຂອງວັນທີ 23 ເມສາ 2025, ທີ່ ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ມີພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ ສະມາຊິກພັກ ແລະ ພະນັກງານ ທົ່ວອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຄະນະປະຈໍາພັກ, ຮອງລັດຖະມົນຕີ, ມີອະດີດການນໍາພັກ-ລັດ ອາວຸໂສບໍານານ, ບັນດາສະຫາຍຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ ບັນດາສະຫາຍສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີອັນສະຫງ່າລາສີດັ່ງກ່າວ, ສະຫາຍ ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຂຶ້ນກ່າວຄໍາສັນລະເສີນ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນບາງຕອນວ່າ: ຫຼຽນກາລະນຶກ 70 ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ເປັນຫຼຽນກາກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນປະຕິວັດລາວ ປະດັບໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ປະຈໍາການ ແລະ ບໍານານ ຊຶ່ງມີຜົນງານອັນໃຫຍ່ຫຼວງ, ມີວິລະກໍາອັນລໍ້າເລີດ, ເປັນແບບຢ່າງອັນປະເສີດແກ່ຮຸ່ນສືບທອດ, ໄດ້ປະກອບສ່ວນອຸທິດເຫື່ອແຮງ ແລະ ສະຕິປັນຍາໃຫ້ແກ່ພັກ-ລັດ, ການປະຕິວັດ ແລະ ໃຫ້ແກ່ປະເທດຊາດ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ, ກອບກູ້ເອົາຄວາມເປັນເອກະລາດ ແລະ ອິດສະຫຼະພາບມາໃຫ້ປະຊາຊົນລາວບັນດາເຜົ່າ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເຖິງແມ່ນຊີວິດສັງຂານ ເລືອດເນື້ອຈະປ່ຽນແປງສິ້ນສຸດຕາມການເວລາແຫ່ງກົດເກນທໍາມະຊາດກໍຕາມ ແຕ່ຄຸນງາມຄວາມດີ, ຜົນງານ, ວິລະກໍາ, ກຽດຕິຄຸນ ແລະ ຊື່ສຽງຂອງບັນດາສະຫາຍ ຈະຍັງຢູ່ຄູ່ແຜ່ນດິນ.

ພາຍຫຼັງຮັບຟັງເນື້ອໃນຄໍາສັນລະເສີນດັ່ງກ່າວ ກໍໄດ້ມີພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ແກ່ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາສະຫາຍອະດີດການນໍາພັກ-ລັດ ກະຊວງ ກໍຄື ອະດີດເລຂາຄະນະບໍລິຫານງານພັກກະຊວງ, ອະດີດຄະນະບໍລິຫານງານພັກກະຊວງ, ອະດີດລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດາສະມາຊິກພັກພັກຈໍາການ ແລະ ບໍານານ ຂອງ ອົງຄະນະພັກກະຊວງ ຈຳນວນ 17 ສະຫາຍ, ນອກຈາກນັ້ນ, ຍັງໄດ້ມີພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ ພະນັກງານ-ລັດຖະກອນ ຜູ້ທີ່ເຮັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທີ່ຍັງປະຈໍາການ ຈຳນວນ 32 ສະຫາຍ.











ຂ່າວ: ບິນລີ້ ສີສຸລາດ
ພາບ: ພຸດດາວອນ ພາສຸວັນ

