21/05/2025
ໃນວັນທີ 7 ພຶດສະພາ 2025 ຜ່ານມາ, ທີ່ຫ້ອງປະຊຸມ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ມະຫາຊົນ, ສາຂາ ແຂວງຫຼວງພະບາງ, ກົມກວດກາ, ກະຊວງເຕັກໂນໂລຊີ ແລະການສື່ສານ (ກຕສ) ໄດ້ຈັດຊຸດຝຶກອົບຮົມ ວຽກງານກວດກາລັດ ແລະ ແກ້ໄຂ້ຜົນການກວດກາ ຊຸດທີ I ໃຫ້ແກ່ພະນັກງານ ບັນດາພະແນກເຕັກໂນໂລຊີ ແລະການສື່ສານ (ພຕສ) 08 ແຂວງພາກເໜືອ (ແຂວງຫຼວງພະບາງ, ຫົວພັນ, ບໍ່ແກ້ວ,ຜົ້ງສາລີ,ຫຼວງນໍ້າທາ,ໄຊຍະບູລີ,ຊຽງຂວາງ,ແຂວງອຸດົມໄຊ). ເຂົ້າຮ່ວມເປັນປະທານເປີດໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄຳພວງ ດວງມະນີວົງ ຮອງປະທານ ກວດກາພັກ-ລັດ ແຂວງຫຼວງພະບາງ ມີ ທ່ານ ນ. ສຸພາລັກ ສີລາເພັດ ຮັກສາການຫົວໜ້າກົມກວດກາ ພ້ອມດ້ວຍວິທະຍາກອນ ຈາກອົງການກວດກາແຫ່ງລັດ ແລະ ພະນັກງານຈາກ ພຕສ 08 ແຂວງພາກເໜືອ ແລະ ບໍລິສັດໂທລະຄົມມະນາຄົມ, ບໍລິສັດອີທີແອຮ ແລະ ບໍລິສັດໄປສະນີລາວ ຈຳກັດເຂົ້າຮ່ວມ.



ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ວຽກງານຕິດຕາມ, ກວດກາ ແມ່ນໜຶ່ງໃນພາລະບົດບາດການນຳພາຂອງພັກ, ຢູ່ບ່ອນໃດບໍ່ມີການກວດກາ ກໍໝາຍຄວາມວ່າຢູ່ບ່ອນນັ້ນບໍ່ມີການນຳພາ, ການຕິດຕາມ, ກວດກາ ແມ່ນວຽກໜຶ່ງທີ່ຕິດພັນກັບທຸກຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ ສຳລັບການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ, ໂຄງການສ້າງຄວາມເຂັ້ມແຂງ ໃຫ້ພະນັກງານທີ່ເຮັດວຽກງານຕິດຕາມ ກວດກາ ແລະ ແກ້ໄຂຜົນການກວດກາ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດນີ້ ໄດ້ອີງຕາມ ຂໍ້ຕົກລົງວ່າດ້ວຍ ການອະນຸມັດຈັດຕັ້ງປະຕິບັດ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ໂຄງການສ້າງຄວາມເຂັມແຂງ ໃຫ້ພະນັກງານທີ່ເຮັດວຽກງານຕິດຕາ ກວດກາ ແລະ ແກ້ໄຂຜົນຂອງການກວດກາ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດ ບ້ວງປົກກະຕິ ຂອງໂຄງການລົງທຶນຂອງລັດ ປະຈຳປີ 2024. ສະບັບເລກທີ 3514/ກຕສ, ລົງວັນທີ 27 ສິງຫາ ປີ 2024.


ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນຳຂັ້ນຕອນໃນການປະຕິບັດກົດໝາຍກວດກາລັດ ແລະ ແກ້ໄຂຜົນການກວດກາ ຊຶ່ງຈະຊ່ວຍໃຫ້ພະນັກງານຜູ້ເຮັດວຽກງານກວດກາ ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານທົ່ວປະເທດ ໃຫ້ເຂົ້າໃຈຫຼັກການລະບຽບ ແລະ ຂັ້ນຕອນໃນການສ້າງແຜນໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນການຕິດຕາມ, ກວດກາ ໃຫ້ການກວດກາມີຄຸນນະພາບ ຖືກຕ້ອງຕາມຄວາມເປັນຈິງ ແລະ ສາມາດກວດສອບໄດ້. ທັງນີ້ ເພື່ອແນໃສ່ເຮັດໃຫ້ ພຕສ ທ້ອງຖິ່ນ ເພີ່ມທະວີວຽກງານຕິດຕາມວຽກງານກວດກາຂັ້ນຂອງຕົນ ຢ່າງເປັນປົກກະຕິ. ພ້ອມທັງຕິດຕາມການຈັດຕັ້ງຜັນຂະຫຍາຍແຜນການຫັນເປັນດິຈິຕອນ ຂອງຂະແໜງ ຕສ ໃຫ້ດໍາເນີນໄປຕາມທິດທາງລວມຂອງລັດຖະບານ. ອີກປັດໃຈໜຶ່ງທີ່ສໍາຄັນ ກໍເພື່ອຊຸກຍູ້, ປັບປຸງການຈັດຕັ້ງວຽກງານກວດກາ, ສະພາບການເຄື່ອນໄຫວວຽກງານກວດກາລັດ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ວິຊາສະເພາະຂອງຕົນ, ການຄຸ້ມຄອງບໍລິຫານ, ການປະຕິບັດແຜນງົບປະມານ, ໂຄງການລົງທຶນຂອງລັດ, ການປະຕິບັດກົດໝາຍຂອງລັດ ແລະ ບັນດານິຕິກໍາຕ່າງໆ ທີ່ກະຊວງວາງອອກ. ຄຽງຄູ່ກັນນັ້ນ, ກໍ່ເພື່ອ ສົ່ງເສີມດ້ານດີ-ດ້ານຕັ້ງໜ້າ, ຈໍາກັດດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຊອກຫາວິທີແກ້ໄຂ ໃຫ້ທັນເວລາ.


ຂໍ້ມູນຂ່າວ: Media Laos

