25/06/2025
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສຳມະນາ ການຫັນເປັນທັນສະໄໝໃນວຽກງານດິຈິຕອນ ໃຫ້ແກ່ພະນັກງານຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຂຶ້ນໃນຕອນເຊົ້າຂອງວັນທີ 25 ມີຖຸນາ 2025, ຫ້ອງປະຊຸມຄະນະກວດກາສູນກາງພັກ. ໃຫ້ກຽດເປັນປະທານເປີດໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 75 ທ່ານ.
ຈຸດປະສົງ ແມ່ນເພື່ອຍົກສູງການພັດທະນາທາງດ້ານຊັບພະຍາກອນມະນຸດ ເພື່ອກຽມຄວາມພ້ອມໃນຍຸກຂອງການຫັນເປັນດິຈິຕອນ ຊຶ່ງເປັນໜຶ່ງວຽກງານທີ່ນອນໃນ ວິໄສທັດການພັດທະນາເສດຖະກິດດິິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040) ແລະ ຍຸດທະສາດ ການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030). ການຫັນເປັນດິຈິຕອນ ກໍາລັງເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງໃນທົ່ວໂລກ, ບັນດາປະເທດຕ່າງໆລ້ວນແຕ່ໄດ້ຖືເອົາວຽກງານຫັນເປັນດິຈິຕອນ ເປັນພື້ນຖານສໍາຄັນຂອງການພັດທະນາ ໂດຍກຳນົດຍຸດທະສາດໃນການຫັນເປັນດິຈິຕອນເປັນແຜນບູລິມະສິດ ເພື່ອນຳເອົາເຕັກໂນໂລຊີດິຈິຕອນ ເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄື ການນຳໃຊ້ເຕັກໂນໂລຊີ ເຂົ້າໃນການຍົກສູງວຽກງານການບໍລິຫານລັດດິຈິຕອນ, ຍົກສູງການຂັບເຄື່ອນທາງດ້ານເສດຖະກິດ, ຍົກສູງຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງທາງດ້ານສື່ສັງຄົມອອນລາຍ ແລະ ພິເສດ ກໍຄື ວຽກງານການກວດກາພັກ ແລະ ວຽກງານກວດກາລັດ. ເນື່ອງຈາກການຫັນເປັນທັນສະໄໝ ແມ່ນສາມາດຊ່ວຍຫຼຸດຜ່ອນບັນຫາການສໍ້ລາດບັງຫຼວງ ເພາະຈະເຮັດໃຫ້ມີຄວາມໂປ່ງໃສ່ ແລະ ສາມາດກວດສອບໄດ້.
ກອງປະຊຸມສຳມະນາຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 03 ວັນ ຊຶ່ງບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ແລກປ່ຽນກ່ຽວກັບຄວາມເຂົ້າໃຈ ທາງດ້ານການຫັນເປັນດິຈິຕອນ, ການນຳໃຊ້ເຄື່ອງມືດິຈິຕອນ, ການສ້າງ ແລະ ບໍລິຫານຈັດການຂໍ້ມູນດິຈິຕອນ, ຄວາມປອດໄພທາງດ້ານໄຊເບີ, ແຜນການພັດທະນາບຸກຄະລາກອນ ເພື່ອກຽມຄວາມພ້ອມ ແລະ ພັດທະນາໃນຍຸກດິຈິຕອນ ແລະ ຍັງຈະໄດ້ມີການລົງເລິກການສາທິດການນຳໃຊ້ບັນດາລະບົບທັນສະໄໝທີ່ຮັບໃຊ້ເຂົ້າໃນວຽກງານການບໍລິຫານລັດດິຈິຕອນເປັນຕົ້ນແມ່ນ: ລະບົບຈົດໝາຍເອເລັກໂຕຣນິກ (Email), ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການລັດທັນສະໄໝ (e-Office), ລະບົບເວັບໄຊພາກລັດ (G-Web), ລະບົບແບ່ງປັນເອກະສານພາກລັດ (G-Share), ລະບົບສື່ສານພາກລັດ (G-Chat) ແລະ ພິເສດ ຈະໄດ້ຮຽນຮູ້ບັນດາໂປຼແກມຕ່າງໆ ເປັນຕົ້ນແມ່ນ ໂປຼແກມລົງທະບຽນ ແລະ ຈອງຫ້ອງປະຊຸມອອນລາຍ ແລະ ໂປຼແກມນັບຄະແນນສຽງເລືອກຕັ້ງ.
ໃນໂອກາດດັ່ງກ່າວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບ ຄອມພິວເຕີຕັ້ງໂຕະ ຈຳນວນ 05ຊຸດ ໃຫ້ແກ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ລວມມູນຄ່າ 62.500.000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ໃນການຫັນເປັນດິຈິຕອນ.
ຂ່າວ: ຄະນະຈັດກອງປະຊຸມ.

