04/07/2025
ກົມຄວາມປອດໄພທາງໄຊເບີ (ກຄຊ) ຮ່ວມກັບ ກົມເຕັກໂນໂລຊີດິຈິຕ໋ອນ (ກຕດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມ ສຳມະນາວິຊາການ ໃນຫົວຂໍ້ “ລະບົບຄຸ້ມຄອງການອອກອະນຸຍາດດ້ານເຕັກໂນໂລຊີດິຈິຕອນ ແລະ ເຕັກນິກການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ມີຄວາມປອດໄພ” ໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2025, ທີ່ຫ້ອງປະຊຸມ ຊັ້ນ 2, ຂອງ ກຕດ. ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາຫຼ້າ ສຸນນະລັດ, ຫົວໜ້າ ກົມຄວາມປອດໄພ ທາງໄຊເບີ ແລະ ທ່ານ ນ. ສິຣິລັກ ໄຊຍະບຸນຊູ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ມີບັນດາຜູ້ອຳນວຍການຝ່າຍ ເຕັກນິກບໍລິສັດ GDMS, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ ວິຊາການຈາກພາກສ່ວນທີ່ກ່ຽວ ເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.


ຈຸດປະສົງ ກໍເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃນການສໍາມະນາຄັ້ງນີ້, ໄດ້ຮັບຮູ້ໃນຫົວຂໍ້: ລະບົບຄຸ້ມຄອງການອອກອະນຸຍາດດ້ານເຕັກໂນໂລຊີດິຈິຕອນ, ນຳສະເໜີໂດຍ: ກົມເຕັກໂນ ໂລຊີດິຈິຕ໋ອນ, ເຕັກນິກການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ມີຄວາມປອດໄພ, ນຳສະເໜີໂດຍ: ກົມຄວາມປອດໄພທາງໄຊເບີ ແລະ ການບໍລິການ Cyber Security ນຳສະເໜີໂດຍ: ບໍລິສັດ GDMS. ພ້ອມນີ້, ຍັງໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນຊຶ່ງກັນ ແລະ ກັນອີກດ້ວຍ.





ຂ່າວ: ກຕດ

