ກອງປະຊຸມເຈລະຈາ ສັນຍາຂອບວຽກເສດຖະກິດດິຈິຕອນ ຂອງອາຊຽນ ຄັ້ງທີ 12

07/07/2025

ກອງປະຊຸມເຈລະຈາ ສັນຍາຂອບວຽກເສດຖະກິດດິຈິຕອນ ຂອງອາຊຽນ ຄັ້ງທີ 12

ທ່ານ ນ. ສິຣິລັກ ໄຊຍະບຸນຊູ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ເຂົ້້າຮ່ວມກອງປະຊຸມເຈລະຈາ ສັນຍາຂອບວຽກເສດຖະກິດດິຈິຕອນ ຂອງອາຊຽນ ຄັ້ງທີ 12 (12th ASEAN Digital Economy Agreement :DEFA) ໃນລະຫວ່າງວັນທີ 24-28 ມິຖຸນາ 2025, ທີ່ກົວລາລຳເປີ, ປະເທດ ມາເລເຊຍ. ນໍາໂດຍ ທ່ານ ເຂັມເດດ ສີຫາວົງ, ຫົວໜ້າຄະນະ, ຫົວໜ້າຮອງກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມດ້ວຍຕາງໜ້າຄະນະຈາກກະຊວງອຸດສາ ຫະກຳ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທະນາຄານແຫ່ງ ສປປ ລາວ. ໂດຍພາຍໃຕ້ ການເປັນປະທານຂອງ ກົມເຈລະຈາການຄ້າ ລະຫວ່າງປະເທດ, ກະຊວງການຄ້າແຫ່ງລາຊະອານາຈັກໄທ. ມີບັນດາ ຄະນະເຈລະຈາຈາກ ບັນດາປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ເຫັນດີເປັນເອກະພາບ ໃນສັນຍາຂອບວຽກເສດຖະກິດ ດິຈິຕ໋ອນອາຊຽນທີ່ຍັງຄົງຄ້າງ ເພື່ອເຮັດໃຫ້ຮ່າງສັນຍາມີເນື້ອໃນຄົບຖ້ວນສົມບູນ ແລະ ຮັບປະກັນດ້ານເນື້ອໃນ ທີ່ສອດຄອງ ແລະ ເປັນປະໂຫຍດທີ່ສຸດ. ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວກັບການປະກອບຄວາມເຫັນ ແລະ ຈຸດຢືນໃສ່ (ຮ່າງ) ເນື້ອໃນສັນຍາຂອບເຂດວຽກງານເສດຖະກິດດິຈິຕ໋ອນ ຂອງອາຊຽນ (ASEAN Digital Economy Framework Agreement DEFA) ຄື: ຫົວຂໍ້ທີ 3 ການຄ້າເອເລັກໂຕຣນິກຂ້າມຊາຍ (Cross-Border Electronic Commerce), ຫົວຂໍ້ທີ 4 ບັດປະຈໍາຕົວດິຈິຕ໋ອນ ແລະ ການຢືນຢັນຕົວຕົນ (Digital ID and Authentication), ຫົວຂໍ້ທີ 6 ຄວາມສາມາດໃນການເຄື່ອນໄຫວ ແລະ ການຮ່ວມມື (9Talent Mobility and Cooperation), ຫົວຂໍ້ທີ 7 ການຮ່ວມມືທາງດ້ານເຕັກໂນໂລຊີໃຫມ່ທີ່ພົ້ນເດັ່ນ (Cooperation on Emerging Technology), ຫົວຂໍ້ທີ 8 ການປົກປ້ອງຂໍ້ມູນ ແລະ ຄວາມເປັນສ່ວນຕົວ (Data protection and Privacy) ແລະ ຫົວຂໍ້ໃໝ່ ການສົ່ງເສີມການເຄື່ອນໄຫວຂອງຄວາມສາມາດທາງດ້ານດິຈິຕ໋ອນ ( Facilitating Mobility of Digital Talent).

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ