19/02/2021

ອົງການດັດສົມໂທລະຄົມມະນາຄົມ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຄັ້ງທີ 1 ຂອງຫນ່ວຍງານເຈລະຈາດ້ານໂທລະຄົມມະນາຄົມ, ພາຍໃຕ້ຂອບການຮ່ວມມື ອາຊຽນ- ອົດສະຕາລີ-ນິວຊີແລນ (AANZFTA). ໃນວັນທີ 16 ກຸມພາຜ່ານມານີ້, ຕາງຫນ້າຄະນະຝ່າຍລາວເຂົ້າຮ່ວມມີ ທ່ານ ປອ ນາງ ໃຈມາລີ ພະກະຊຸມ, ຮອງຫົວຫນ້າອົງການດັດສົມໂທລະຄົມມະນາຄົມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງພາຍໃນອົງການດັດສົມໂທລະຄົມມະນາຄົມ.
ກອງປະຊຸມດັ່ງກ່າວ ເປັນກອງປະຊຸມຄັ້ງທຳອິດຂອງຫນ່ວຍງານດ້ານໂທລະຄົມເພື່ອກະກຽມໃຫ້ແກ່ການຍົກລະດັບ ເອກະສານຄັດຕິດພາກໂທລະຄົມມະນາຄົມ (Annex on Telecommunication) ທີ່ນອນຢູ່ໃນຂອບການຮ່ວມມື ອາຊຽນ- ອົດສະຕາລີ- ນິວຊີແລນ ໂດຍກອງປະຊຸມ ໄດ້ສະຫລຸບແຜນການເຄື່ອນໄຫວຂອງ SC-TEL ໃນໄລຍະຜ່ານມາ ແລະ ປຶກສາຫາລືຮ່ວມກັນລະຫວ່າງບັນດາປະເທດໃນອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ຂໍຮັບຄໍາຊີ້ແຈງຄວາມຈຳເປັນ, ສິ່ງທີ່ເປັນໄປໄດ້ ແລະ ຕົກລົງກັນເລືອກປະເດັນຫຼັກ ທີ່ຈະສຸມໃສ່ໃນການເຈລະຈາ ໃນລາຍລະອຽດຂອງ ເອກະສານຄັດຕິດພາກໂທລະຄົມ ໃຫ້ສໍາເລັດ ເພື່ອລາຍງານຕໍ່ໃນຮອບຕໍ່ໄປ ອີກ 4 ຮອບທີ່ຈະໄດ້ຈັດຂື້ນພາຍໃນປີ 2021. ພ້ອມນີ້, ກໍ່ເພື່ອເປັນການຜັນຂະຫຍາຍການຮ່ວມມືສະເພາະພາກບໍລິການເປັນຕົ້ນ ດ້ານໂທລະຄົມລະຫວ່າງ ອາຊຽນ ແລະ ປະເທດຄູ່ເຈລະຈາໃຫ້ມີປະສິດທິພາບຂື້ນ.
ພາບຂ່າວໂດຍ: ພະແນກແຂ່ງຂັນ ແລະ ບໍລິການ, ອົງການດັດສົມໂທລະຄົມມະນາຄົມ.