25/05/2022

ໃນລະຫວ່າງວັນທີ 09–20 ພຶດສະພາ 2022 ຜ່ານມານີ້, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ)ນຳໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄຊປປລ ກຕສ ພ້ອມດ້ວຍຄະນະ ໄດ້ສຳເລັດການລົງເຄື່ອນໄຫວຕິດຕາມປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປະຈຳປີ 2020ຢູ່ບັນດາຮາກຖານ, ໜ່ວຍຮາກຖານ ຊາວໜຸ່ມຫ້ອງການ, ກົມ, ອົງການ, ສະຖາບັນ, ສູນ ແລະ ບໍລິສັດ ໄປສະນີ-ໂທລະຄົມມະນາຄົມ ຈຳນວນ 21 ພາກສ່ວນ.
ໂດຍປະຕິບັດຕາມຂັ້ນຕອນຂອງບົດແນະນຳການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 421/ລຂ, ລົງວັນທີ 28 ກໍລະກົດ 2016 ແລະ ມະຕິຕົກລົງ ຂອງຄະນະພັກກະຊວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາປະເມີນຜົນ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ຂອງ ບັນດາຮາກຖານທີ່ຂຶ້ນກັບ ຄຊປປລ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 001/ຄພ.ກຕສ, ລົງວັນທີ 07 ມັງກອນ 2022. ຄະນະຮັບຜິດຊອບລົງກວດກາ ແລະປະເມີນຂໍ້ແຂ່ງຂັນ4 ບຸກຂອງ ຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈໍາໄດ້ດຳເນີນການຈັດປະຕິບັດລົງປະເມີນເປັນແຕ່ລະຮາກຖານໄດ້ສໍາເລັດ.
ການລົງເຄື່ອນໄຫວຕິດຕາມກວດກາ ແລະ ປະເມີນໃນຄັ້ງນີ້ ຄະນະຮັບຜິດຊອບການປະເມີນໄດ້ຮັບຟັງການ ຜ່ານເອກະສານບົດສະຫຼຸບຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນວຽກງານ 4 ບຸກ ແລະ ບົດປະເມີນຂອງຄະນະກວດກາ ພ້ອມທັງເອກະສານອື່ນໆທີ່ກ່ຽວຂ້ອງ. ພ້ອມນັ້ນ, ຄະນະ ກໍໄດ້ມີຄຳຖາມເຈາະຈີ້ມ ແລະປະກອບຄຳເຫັນແລກປ່ຽນກັບແຕ່ລະໜ່ວຍເພື່ອນຳໄປປັບປຸງໃຫ້ສຳເລັດ ແລະນຳສົ່ງໃຫ້ຄະນະຮັບຜິດຊອບໃຫ້ທັນຕາມໄລຍະເວລາທີ່ກຳນົດໄວ້ ພ້ອມທັງສັງລວມເປັນບົດສະຫຼຸບຂໍ້ແຂ່ງຂັນ 4 ບຸກ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອນຳສະເໜີຕໍ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ລົງຕິດຕາມປະເມີນໃນຂັ້ນຕອນຕໍ່ໄປ ແລະ ພິຈາລະນາຮັບຮອງທຸງໄຊ.
ເຂົ້າເບິ່ງຮູບພາບການເຄື່ອນໄຫວ: https://g-drive.gov.la/index.php/s/a7b25GAo4G8zo7M
(ພາບ ແລະ ຂ່າວ: ກອງເລຂາ ຄຊປປລ)