26/05/2022

ວັນທີ 26 ພຶດສະພາ 2022 ນີ້, ທີ່ຫ້ອງປະຊຸມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໜ່ວຍພັກກົມເຕັກໂນໂລຊີ ດິຈິຕ໋ອນ, ໜ່ວຍພັກອົງການດັດສົມໂທລະຄົມມະນາຄົມ ແລະ ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ຈຳນວນ 05 ສະຫາຍ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພູຂົງ ຈິດຮູບໂລກ, ຄະນະປະຈຳພັກກະຊວງ, ມີບັນດາສະຫາຍເລຂາໜ່ວຍພັກ ບັນດາກົມ/ທຽບເທົ່າ, ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກພັກຂອງກົມກ່ຽວເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ບັນດາສະຫາຍເລຂາໜ່ວຍພັກໄດ້ຂຶ້ນຜ່ານມະຕິຕົກລົງຮັບຮອງເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ. ພ້ອມດຽວກັນ, ສະຫາຍປະທານກໍໄດ້ມອບມະຕິຕົກລົງໃຫ້ມະຫາ ຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງພັກປະຊາຊົນປະຕິວັດລາວ.
ໃນໂອກາດນີ້, ສະຫາຍ ພູຂົງ ຈິດຮູບໂລກ, ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ບັນດາສະຫາຍສະມະຊິກພັກສໍາຮອງໃໝ່ ໃຫ້ເອົາໃຈໃສ່ສືບຕໍ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ, ຝຶກຝົນ ຫຼໍ່ຫຼອມ ແລະ ພັດທະນາຕົນເອງ ກ້າຕັດສິນໃຈ, ກ້າຄິດ, ກ້າຮັບຜິດຊອບ, ສຸມສະຕິປັນຍາ, ສູ້ຊົນບຸກບືນຫ້າວຫັນ ແລະ ຫັນວຽກງານການເປັນທັນສະໄໝ ໃຫ້ກາຍເປັນຂະແໜງການປາຍແຫຼມປີ່ນອ້ອມ ໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳ ເລັດ, ເອົາໃຈໃສ່ພັດທະນາສ້າງລາຍຮັບເສດຖະກິດຄອບຄົວເພື່ອປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ການແກ້ໄຂບັນຫາເສດຖະກິດທີ່ເປັນໜຶ່ງໃນສອງວາລະແຫ່ງຊາດ. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກເອົາໃຈໃສ່ເຊື່ອມຊຶມບັນດານິຕິກໍາ, ບັນດາເອກະສານທີ່ຈໍາເປັນທີ່ຕ້ອງນໍາໃຊ້ໃນການຂື້ນທະບຽນ ແລະ ຊຸກຍູ້, ສົ່ງເສີມໃຫ້ຜູ້ຊົມໃຊ້ມາຂຶ້ນທະບຽນ ເພຶ່ອບໍ່ໃຫ້ຜູ້ຊົມໃຊ້ຖືກລະງັບການນຳໃຊ້ ຫຼື ຕັດອອກຈາກລະບົບ ພ້ອມທັງຍົກສູງຄວາມໝາຍຄວາມສຳຄັນວຽກງານດັ່ງກ່າວ ໃຫ້ເປັນວຽກງານລະດັບຊາດ ທີ່ທຸກພາກສ່ວນຕ້ອງມີສ່ວນຮ່ວມ ແລະ ຊ່ວຍກັນສຸມໃສ່ກຳລັງ ເພຶ່ອໃຫ້ໄດ້ຮັບໝາກຜົນອັນຈົບງາມ. ສະຫາຍຍັງໄດ້ເນັ້ນຕື່ມໃຫ້ເອົາໃຈໃສ່ການເປັນແບບຢ່າງທີ່ດີ ໃນການປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ຢ່າງເຂັ້ມງວດ ແລະ ສາມາດກໍາແໜ້ນໄດ້ 5 ຫຼັກການ 3 ທິດນຳຂອງພັກ, ເຊີດຊູພາລະບົດບາດ ແລະ ຄວາມສາມາດການຈັດຕັ້ງນຳພາປະຕິບັດໃຫ້ສູງຂຶ້ນຕື່ມ, ສຶບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ກໍ່ຄືຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ທີ່ຖືກມອບໝາຍໃຫ້ ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.
ຂ່າວ: ຫ້ອງການ, ພະແນກປະຊາສໍາພັນ