ກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດ ແລະ ແຜນແມ່ບົດ ການຫັນເປັນລັດຖະບານດີຈິຕອນ

22/09/2022

ກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດ ແລະ ແຜນແມ່ບົດ ການຫັນເປັນລັດຖະບານດີຈິຕອນ

ການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ເພື່ອນຳໃຊ້ເປັນເຄື່ອງມືໃນການ ພັດທະນາເສດຖະກິດ-ສັງຄົມ ຊຶ່ງລັດຖະບານ ກໍໄດ້ຄົ້ນຄວ້າ ແລະ ຮັບຮອງນະໂຍບາຍ ແລະ ແຜນພັດທະນາທີ່ສຳຄັນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໃນການຫັນເປັນທັນສະໄໝ ເປັນຕົ້ນແມ່ນ ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX.

ໃນວັນທີ 19 ກັນຍາ 2022 ຜ່ານມານີ້, ທີ່ ໂຮງແຮມ ຄລາວພລາຊາ, ນະຄອນຫຼວງວຽງຈັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການ UNDP ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດ ແລະ ແຜນແມ່ບົດ ການຫັນເປັນລັດຖະບານດິຈິຕອນຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາກົມພາຍໃນ ກະຊວງ ຕສ ເຂົ້າຮ່ວມ ທັງໝົດຫຼາຍກວ່າ 50 ທ່ານ.

ໂອກາດນີ້, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ ໄດ້ກ່າວບາງຕອນວ່າ: ຜ່ານມາ ລັດຖະບານ ໄດ້ອອກດຳລັດ ວ່າດ້ວຍ ການບໍລິຫານ ແລະ ບໍລິການລັດດິຈິຕອນ (ຫຼື ພາສາອັງກິດ ເອີ້ນວ່າ Digital Government Decree). ບົນພື້ນຖານຂອງແຜນຍຸດທະສາດ ແລະ ແຜນພັດທະນາດັ່ງກ່າວ, ບັນດາກະຊວງ ທຽບເທົ່າ ໄດ້ສຸມໃສ່ການພັດທະນາວຽກງານວິຊາສະເພາະຂອງຕົນ ໂດຍມີການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອການຫັນເປັນທັນສະໄໝນັບມື້ນັບຫຼາຍຂຶ້ນ ເຊັ່ນ: ລະບົບແຈ້ງພາສີຜ່ານປະຕູດຽວ, ລະບົບແຈ້ງມອບອາກອນ TaxRIS, ລະບົບເກັບກຳຂໍ້ມູນພົນລະເມືອງ, ລະບົບອອກວີຊາຜ່ານອອນລາຍ ແລະ ນັບທັງ ລະບົບພັດທະນາໂຄງລ່າງພື້ນຖານ ແລະ  ລະບົບການບໍລິຫານ ແລະ ບໍລິການທີ່ທັນສະໄໝທີ່ເປັນພື້ນຖານ ໃຫ້ແກ່ພາກລັດ ທີ່ພັດທະນາໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນແມ່ນ: ລະບົບຝາກຂໍ້ມູນພາກລັດ Government Data Center, ລະບົບລາຍເຊັນດິຈິຕອນ, ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການລັດທັນສະໄໝ (e-Office) ແລະ ລະບົບອື່ນໆ... ຊຶ່ງເປົ້າໝາຍໃນການນໍາໃຊ້ລະບົບເຕັກໂນໂລຊີດິຈິຕອນເຂົ້າໃນວຽກງານ ແມ່ນເພື່ອຫັນວຽກງານການບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ, ຮັບໃຊ້ສັງຄົມ ກໍຄືປະຊາຊົນໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິພາບ”.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອປຶກສາຫາລືການສ້າງແຜນຍຸດທະສາດ ແລະ ແຜນແມ່ບົດການຫັນເປັນລັດຖະບານດິຈິຕອນ ພາຍໃຕ້ການ ຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ອົງການ UNDP ປະຈໍາ ສປປ ລາວ.  ຊຶ່ງຈະເປັນບາດກ້າວຂອງການສ້າງແຜນແມ່ບົດພັດທະນາລັດຖະບານດິຈິຕອນ, ສ້າງມາດຕະຖານຂອງລັດຖະບານດິຈິຕອນ ແລະ ໂຄງການຕົວແບບຂອງການຫັນການບໍລິການພາກລັດເປັນດິຈິຕອນ. ຊຶ່ງໄລຍະທຳອິດຂອງໂຄງການແມ່ນການສຳຫຼວດເກັບກຳຂໍ້ມູນການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນຂອງ ສປປ ລາວ (ຫຼື ເອີ້ນວ່າ ການປະເມີນ DMA) ໂດຍໄດ້ສໍາເລັດໃນເດືອນສິງຫາ ທີ່ຜ່ານມາ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບ ແລະ ຊ່ຽວຊານຂອງໂຄງການໄດ້ຄົ້ນຄວ້າບົດຮຽນຈາກບັນດາປະເທດກ້າວໜ້າ, ປະເທດທີ່ໃກ້ຄຽງ ແລະ ປະເທດທີ່ມີລັກສະນະຄ້າຍຄຽງກັບ ສປປ ລາວ ເພື່ອສ້າງແຜນຍຸດທະສາດ ແລະ ແຜນແມ່ບົດພັດທະນາລັດຖະບານດິຈິຕອນ ໃຫ້ເໝາະສົມກັບສະພາບການພັດທະນາຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍ ການຫັນເປັນດິຈິຕອນ ຂອງລັດຖະບານ. ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນຕໍ່ວຽກງານການພັດທະນາ ລັດຖະບານ ດິຈິຕອນ ໃນ ສປປ ລາວ ຢ່າງຝົດຝື້ນ, ກົງໄປກົງມາ ແລະ ເປັນປະໂຫຍດ ເພື່ອຈະນຳໄປຜັນຂະຫຍາຍໃຫ້ເປັນເອກະສານທີ່ມີເນື້ອໃນຄົບຖ້ວນສົມບູນ, ມີຂໍ້ມູນລະອຽດທຸກຂະແໜງການ ແລະ ກາຍເປັນບ່ອນອີງ ໃນການພັດທະນາຫັນເປັນລັດຖະບານທັນສະໄໝໄດ້ຢ່າງແທ້ຈິງ.

**ບົດຂ່າວໂດຍ: ສູນບໍລິຫານດິຈິຕອນ**

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໄສທັດ, ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ