ຫ້ອງການ ກຕສ ຈັດຝຶກອົບຮົມວຽກງານພິທີການທູດ

26/09/2022

ຫ້ອງການ ກຕສ ຈັດຝຶກອົບຮົມວຽກງານພິທີການທູດ

        ຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ແລະ ສາທິດການຈັດຕັ້ງປະຕິບັດຕົວຈິງວຽກງານພິທີການທູດ ໃຫ້ແກ່ພະນັກງານ - ລັດຖະກອນ ອ້ອມຂ້າງກະຊວງ ໃນວັນທີ 22 ກັນຍາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມ ກຕສ ໂດຍການເປັນປະທານກ່າວເປີດຂອງ ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າຫ້ອງການ, ມີພະນັກງານ-ລັດຖະກອນຈາກບັນດາກົມ/ທຽບເທົ່າ ແລະ ບໍລິສັດອ້ອມຂ້າງກະຊວງ ເຂົ້າຮ່ວມທັງໝົດ ຈໍານວນ 67 ທ່ານ ໂດຍໄດ້ເຊີນນັກວິທະຍາກອນ ທ່ານ ຈັນຂາວ ພີລາລົມ ຮອງຫົວໜ້າກົມພິທີການທູດ, ກະຊວງການຕ່າງປະເທດ ໃຫ້ກຽດມາບັນລະຍາຍ ແລະ ສາທິດການປະຕິບັດຕົວຈິງ.

         ໂອກາດດັ່ງກ່າວ, ທ່ານ ພູຂົງ ຈິດຮູບໂລກ ໄດ້ກ່າວວ່າ: ການຝຶກອົບຮົມວຽກງານພິທີການ ໃນຄັ້ງນີ້ ແມ່ນວຽກງານໜຶ່ງທີ່ທາງພະແນກ ເລຂານຸການ ແລະ ພິທີການ ຫ້ອງການກະຊວງ ເຫັນໄດ້ເຖີງຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຊຶ່ງເປັນວຽກງານໜຶ່ງ ທີ່ເປັນສ່ວນປະກອບອັນສໍາຄັນໃຫ້ການເຄື່ອນໄຫວພິທີການທູດ ທີ່ເຈົ້າພາບໄດ້ຈັດຂຶ້ນເຊັນ: ການປະກອບຄະນະຕ້ອນຮັບ, ກະກຽມດ້ານເນື້ອໃນ, ກະກຽມສະຖານທີ່, ກະກຽມຫ້ອງປະຊຸມຕ່າງໆ, ການປະດັບປະດາ, ກະກຽມພາຫະນະຮັບໃຊ້ ແລະ ພິທີການຕ່າງໆ ຖ້າຫາວຽກພິທີການໄດ້ດີແຂກທີ່ເຂົ້າຮ່ວມ ຫຼື ມາຢ້ຽມຢາມກໍຈະມີຄວາມພູມໃຈ ແລະ ຈະສົ່ງຜົນດີກໍຄືການຍ້ອງຍໍຊົມເຊີຍມາຍັງເຈົ້າພາບ. ສະນັ້ນ, ການຮຽນຮູ້ ແລະ ກໍາແໜ້ນຫຼັກການພິທີການທູດຈື່ງມີຄວາມຈໍາເປັນ ສໍາລັບໝົດທຸກໆຄົນ ແລະ ຕ້ອງກໍາໄດ້ຄວາມຮູ້ພື້ນຖານກ່ຽວກັບວຽກງານພິທີການທູດ ເປັນຕົ້ນ: ຄວາມຮູ້ພື້ນຖານກ່ຽວກັບພິທີການທູດ, ການຂຶ້ນແຜນຕ້ອນຮັບແຂກສະດັບສູງຕ່າງປະເທດ ແລະ ມາລະຍາດສັງຄົມ-ມາລະຍາດສາກົນ.

        ຜ່ານການຝຶກອົບຮົມ ເຫັນໄດ້ວ່ານັກສໍາມະນາກອນ ມີຄວາມສົນໃຈ ແລະ ຄວາມເອົາໃຈໃສ່ ຕັ້ງໜ້າໃນການຝຶກ ຊຶ່ງໄດ້ສະແດງອອກໃນການແລກປ່ຽນຄວາມຄິດເຫັນ ຕໍ່ບັນດາຫົວຂໍ້ ແລະ ຖາມເຈາະຈີ້ມ ເຮັດໃຫ້ບັນຍາກາດໃນການຝຶກອົບຮົມມີຄວາມຟົດຟື້ນ ແລະ ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.

          ພາບ+ຂ່າວ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ